ໄຂກອງປະຊຸມອາຊີບ ຕຳ່ແຜ່ນພື້ນເມືອງ ອາຊຽນ ຄັ້ງທີ 4

 ໄຂກອງປະຊຸມອາຊີບ ຕຳ່ແຜ່ນພື້ນເມືອງ ອາຊຽນ ຄັ້ງທີ 4 - ảnh 1
ງານວາງສະ​ແດງ​ອາຊີບ ຕຳ່ແຜ່ນ​ຕັດຫຍິບ​ພື້ນ​ເມືອງ ອາ​ຊຽນ ຄັ້ງ​ທີ 4
ພາບ:congan.com


(vovworld) -   ຕອນຄຳ່ວັນ​ທີ 16/3 ຢູ່​ນະຄອນ ທາຍ​ງວຽນ, ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ​ໄດ້​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ງານວາງສະ​ແດງ​ອາຊີບ​ຕຳ່​ແຜ່ນ​ຕັດຫຍິບ​ພື້ນ​ເມືອງ ອາ​ຊຽນ ຄັ້ງ​ທີ 4 ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ພື້ນ​ເມືອງ, ການປ່ຽນ​​ໃຫມ່, ​ເຊື່ອມ​ຕໍ່, ​ເປີດ​ບາດກ້າວ​ທີ່​ມີ​ຫົວຄິດປະດິດ​ສ້າງ​ໃນ​ອາຊີບ​ຕຳ່​ແຜ່ນ​ພື້ນ​ເມືອງ ອາ​ຊຽນ.” ນີ້​ແມ່ນ​ເຫດການ​ມີ​ຂອບ​ຂະຫນາດ​ໃຫຍ່​ດ້ວຍ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ຄື: ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ, ງານ​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ​ຕຳ່​ແຜ່ນ, ຖັກ​ແສ່ວ, ຍ້ອມ​ສີຈາກ​ພື້ນ​ເມືອງ​ຕະຫລອດ​ຮອດ​ຍຸກ​ປະຈຸ​ບັນ, ​ແນະນຳ​ບັນດາ​ໝູ່​ບ້ານ​ຫັດຖະກຳ ​ແລະ ວັດທະນະທຳ ຫວຽດນາມ, ​Gala ອາພອນ​ສະ​ໄຫມ, ງານ​ຕະຫລາດນັດ​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ​ອາຊີບ​ຕຳ່​ແຜ່ນ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ປະ​ເທດ​ຄູ່​​ເຈລະຈາ. ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ໂອກາດ​ເພື່ອ​ໂຄສະນາ​ຄຸນ​ຄ່າ​ດ້ານ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ເຜົ່າ​ຢູ່ ຫວຽດນາມ, ​ເປີດ​ກາລະ​ໂອກາດ​ພົບ​ປະ​ແລກປ່ຽນ, ສົ່ງ​ເສີມ​ການ​ລົງທຶນ ​ແລະ ທ່ອງ​ທ່ຽວ, ນຳ​ມາ​​ເຊິ່ງຜົນ​ປ​ະ​ໂຫຍ​ດ​ໂດ​ຍກົງ​ໃຫ້​ແກ່​ບັນດາ​ວົງ​ຄະນາ​ຍາດ ​ແລະ ຍົກ​ສູງ​ບົດບາດທີ່​ຕັ້ງ​ຂອງ​ຫວຽດນາມ ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ປະກອບສ່ວນ​ແກ່​ການ​ຊຸກຍູ້​ສ້າງ​ປະຊາ​ຄົມ​ລວມ ອາ​ຊຽນ ​ໃນ​ປີ 2015.

 

 

ຂ່າວ/ບົດ​ອື່ນ