ໄຂກອງປະຊຸມໃຫ່ຍຜູ້ແທນທົ່ວ ປະເທດຄັ້ງທີ 18 ພັກກອມມູນິດຈີນ

ໄຂກອງປະຊຸມໃຫ່ຍຜູ້ແທນທົ່ວ ປະເທດຄັ້ງທີ 18 ພັກກອມມູນິດຈີນ - ảnh 1

(ພາບ:vtv.vn)

(VOV)- ​ວັນ​ທີ 8/11, ຢູ່​ປັກ​ກີ​ງ, ກອງ​ປະຊຸມ​​ໃຫ່ຍ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 18 ຂອງ ພັກ​ກອມ​ມູນິດ​ຈີນ​ ໄດ້​ຖືກໄຂຂຶ້ນ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ​ກ່ວາ 2000 ທ່ານຊື່​ງ ຕາງໜ້າ​ໃຫ້​ສະມາຊິກ​ພັກ​ກ່ວາ 80 ລ້ານ​ຄົນ. ກອງ​ປະຊຸມ​ຄັ້ງນີ້​ຈະ​ດຳ​ເນີນ​ແຕ່​ວັນ​ທີ 8-14/11 ຊື່​ງຈະ​ສຸມ​ໃສ່ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ການ​ເມືອງ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ຊຸດ​ໃໝ່…. ຕາມ​ທ່ານທາຍ​ສິ່ງ​ຊ່ຽວ ​ໂຄສົກກອງ​ປະຊຸມ​​ໃຫ່ຍ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 18 ພັກ​ກອມ​ມູນິດ​ຈີນ​ ​ແລ້ວ, ກອງ​ປະຊຸມ​ໃຫ່ຍກໍ່ຈະ​ສະຫລຸບ​ວຽກ​ງານ​ໃນ 5 ປີຜ່ານມາ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ຂອງພັກ​ຈາກ​ກອງ​ປະຊຸມ​ໃຫ່ຍພັກ​ຄັ້ງທີ 16 ມາ​ເຖິງ​ປະຈຸ​ບັນ, ສ້າງ​ໂຄງການ​ເຄື​່ອນ​ໄຫວ ​ແລະ ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ໃຫ່ຍຢ່າງ​ມີ​ລັກສະນະ​ວິທະຍາສາດ, ​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຍຸກ​ສະ​ໄໝ ​ແ​ລະ​ ຄວາມມຸ່ງ​ມາດ​ປາດ​ຖະໜາຂອງ​ປະຊາຊົນ, ສ້າງ​ຍຸດ​ທະ​ສາດ​ຊຸກຍູ້​ການ​​ເປີດ​ປະ​ຕູ​ຢ່າງ​ຮອບດ້ານ​ເປີດ​ກ້ວາງ, ສ້າງ​ລັດທິສັງຄົມ​ນິຍົມ​ທັນ​ສະ​ໄໝ, ຊຸກຍູ້​ພາລະກິດການ​ກໍ່ສ້າງ​ພັກ.

ຂ່າວ/ບົດ​ອື່ນ