ໄຂການສົນທະນາຍຸດທະສາດ ແລະ ເສດຖະກິດ ອາເມລິກາ - ຈີນ ຄັ້ງທີ 5
(ພາບ: Getty)
(vovworld) - ວັນທີ 10/7, ການສົນທະນາຍຸດທະສາດ ແລະ ເສດຖະກິດ ອາເມລິກາ - ຈີນ ຄັ້ງທີ 5 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ວໍຊິງຕັນ (ປະເທດ ອາເມລິກາ). ໃນ 2 ວັນເຮັດວຽກ, ການນຳຂອງກ່ວາ 20 ກະຊວງ, ຂະແໜງການຂອງທັງ 2 ປະເທດ ຈະປຶກສາຫາລື ແລະ ທາບທາມຄວາມເຫັນກ່ຽວກັບບັນດາບັນຫາການເມືອງ, ຄວາມໝັ້ນຄົງ, ເສດຖະກິດ ແລະ ການເງິນ. ບັນດາການປຶກສາຫາລືຍຸດທະສາດໂດຍທ່ານກຳມະການ ລັດຖະບານ ຈີນ ຢ່າງຈິວຈື໋ ພ້ອມກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ John Kerry ເປັນປະທານ, ໃນຂະນະນັ້ນທ່ານຮອງນາຍົກລັດຖະມົນຕີ ຈີນ ອ໋ວາງຢ໋າງ ແລະ ລັດຖະມົນຕີກະຊວງການເງິນ ອາເມລິກາ Jack Lew ເປັນປະທານບັນດາການສົນທະນາ ກ່ຽວກັບຫົວຂໍ້ເສດຖະກິດການເງິນ. ກ່າວຄຳເຫັນທີ່ພິທີໄຂການສົນທະນາ, ທ່ານຮອງປະທານາທິບໍດີ ອາເມລິກາ Joe Biden ຢຶນຢັນວ່າ: ເຖິງວ່າ 2 ຝ່າຍຍັງມີຄວາມບໍ່ລົງລອຍກັນຫຼາຍຢ່າງກໍ່ຕາມ ແຕ່ ວໍຊິງຕັນ ແລະ ປັກກິ່ງ ອາດຈະຊອກຫາມາດຕະການແກ້ໄຂມີປະໂຫຍດໃຫ້ທັງ 2 ຝ່າຍ, ຜ່ານບັນດາມາດຕະການຮ່ວມມື, ເຈລະຈາຢ່າງກົງໄປກົງມາ ແລະ ມີຄວາມໄວ້ເນື້ອເຊື່ອໃຈ.