ໄຂງານບຸນລະດູໜາວ Fuyu Matsuri ຢູ່ນະຄອນໂຮ່ຈິມິນ
(ພາບ: vov)
(vovworld)- ຕອນເຊົ້າວັນທີ 15/2, ພວກເພື່ອນໜຸ່ມນັບພັນຄົນໄດ້ເຂົ້າຮ່ວມງານບຸນລະດູໜາວ Fuyu Matsuri ຢູ່ຫໍວັດທະນະທຳຊາວໜຸ່ມນະຄອນໂຮ່ຈິມິນ. ງານບຸນດັ່ງຫ່າວຈະດຳເນີນໃນວັນທີ 15-16/2, ແມ່ນໂອກາດເພື່ອໃຫ້ໄວໜຸ່ມຫວຽດນາມ ຊອກຮູ້ ແລະ ພົບປະແລກປ່ຽນດ້ານວັດທະນະທຳຍີ່ປຸ່ນ. ຢູ່ທີ່ນີ້, ມີຮ້ານວາງສະແດງຫຼາຍຮ້ານໄດ້ຂາຍເຄື່ອງຫັດຖະກຳສິລະປະຂອງຍີ່ປຸ່ນ. ແຂກທ່ອງທ່ຽວຍັງໄດ້ຮັບການແນະນຳນຸ່ງທົດລອງຊຸດອາພອນຕ່າງໆຂອງຍີ່ປຸ່ນຄື: Kimono, Yukata, Furisode… ມີຫຼາຍການເຄື່ອນໄຫວອຸດົມສົມບູນ, ຫຼາຍຮູບຫຼາຍແບບໄດ້ດຶງດູດການເຂົ້າຮ່ວມຂອງໄວໜຸ່ມຄື: ການລະຫຼີ້ນຕ່າງໆໃນງານບຸນ, ຮັບປະທານເຍື່ອງອາຫານຂອງຍິ່ປຸ່ນ, ງານປະກວດສຽງເພງດ້ວຍພາສາຍີ່ປຸ່ນ….