ໄຂງານບຸນວັດທະນະທຳທ່ອງທ່ຽວຫວຽດນາມຢູ່ສເກົາຫລີ

ໄຂງານບຸນວັດທະນະທຳທ່ອງທ່ຽວຫວຽດນາມຢູ່ສເກົາຫລີ					 - ảnh 1
ພາບປະກອບ:internet


(vovworld)- ງານ​ບຸນ​ວັດທະນະທຳ-​ທ່ອງ​ທ່ຽວ​ຫວຽດນາມ ຢູ່ ສ​ເກົາຫລີ ຄັ້ງ​ທີ 4 ຈັດ​ຂຶ້ນ​​ໃນວັນ​ທີ 2 /7 ຢູ່ ນະຄອນຫລວງ ​ເຊີ​ອູ​ນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ ​ເຈີ​ນຈ້ອງ​ຕວານ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສ​ເກົາຫລີ ຊີ້​ແຈງ​ວ່າ: ງານ​ບຸນ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ​ແນະນຳ​ບັນດາ​ຈຸດ​ວັດທະນະທຳ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ຫວຽດນາມ ​ໃຫ້​ແກ່ ປະຊາຊົນ ສ​ເກົາຫລີ ​ແລະ ​ເພື່ອນ​ມິດສາ​ກົນ​. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ເພື່ອ​ສັນຕິພາບ,​ສະຖຽນລະ​ພາບ ​ແລະ ວັດທະນາ​ຖາ​ວອນ​ຂອງ​ແຕ່ລະ​ປະ​ເທດ​ໃນ​ພາກ​ພື້ນ. ​ໃນ​ຂອບ​ເຂດ​ງານ​ບຸນດຳ​ເນີນ​ໄປ​ແຕ່​ວັນ​ທີ 2-6/7 ຢູ່​ນະຄອນ​ເຊີ​ອູ​ນ ​ແລະ ນະຄອນ Daegu ພາກ​ກາງ ສ​ເກົາຫລີ ຈະ​ດຳ​ເນີນ​ບັນດາ​ລາຍການ​ສະ​ແດງສິລະ​ປະ​ພື້ນ​ເມືອງ ​ແລະ ຍຸກ​ປະຈຸ​ບັນ​ຂອງ​ຫວຽດນາມ, ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ທ່ອງ​ທ່ຽວ, ງານ​ວາງສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຊາດ, ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ວາງສະ​ແດງ​ຜະລິດ​ຕະພັນ​ສິລະ​ປະ​ຫັດຖະກຳ ​ແລະ ງານ​ບຸນ​ອາຫານ​ການ​ກິນ​ຫວຽດນາມ.

 

 

 

ຂ່າວ/ບົດ​ອື່ນ