vov5.vn-ຕອນຄ່ຳວັນທີ 5/2, ຢູ່ແຂວງດັກລັກ, ໄດ້ໄຂງານບຸນວັດທະນະທຳພື້ນເມືອງຫວຽດບັກ ຊື່ງແມ່ນສະຖານທີ່ໄດ້ຮັບຖືວ່າ “ເຂດຫວຽດບັກຫຍໍ້ເຂົ້າໃນເຂດໄຕງວຽນ” ດ້ວຍປະຊາຊົນຊົນເຜົ່າໄຕ່, ນຸ່ງ, ຢ້າວ, ໄທ, ມົ້ງກວມກ່ວາ 82% ທີ່ຍົກຍ້າຍມາຈາກບັນດາເຂວງໃນເຂດຫວຽດບັກ ທາງພາກເໜືອຫວຽດນາມໃນກ່ວາ 30 ປີຜ່ານມາ. ທ່ານແກວກແທງ ຫົວໜ້າຫ້ອງການວັດທະນະທຳ ກິລາເມືອງກຼົງນັງ ແຂງດັກລັກໃຫ້ຮູ້ວ່າ: “ງານບຸນວັດທະນະທຳພື້ນເມືອງເຂດຫວຽດບັກຖືກຈັດຕັ້ງຂຶ້ນໃນຫຼາຍປີແລ້ວ ໂດຍປະຊາຊົນບັນດາເຂວງເຂດທາງພາກເໜືອຍ້າຍມາດຳລົງຊີວິດຢູ່ແຫ່ງນີ້ ນຳເອົາສີສັນວັດທະນະທຳຂອງຊົນເຜົ່າຕົນມານຳ. ທາງເມືອງຖືວ່າ ນີ້ແມ່ນງານບຸນລະດັບເມືອງ ເພື່ອແນໃສ່ປະກອບສ່ວນຮັກສາສີສັນວັດທະນະທຳຂອງຊົນເຜົ່າ ແລະສ້າງກຳລັງໜູນເພື່ອໃຫ້ປະຊາຊົນສ້າງຊີວິດເປັນປົກກະຕິ ແລະທຳມາຫາກິນພັດທະນາ, ກໍຄືເຮັດໃຫ້ຊີວິດດ້ານຈິດໃຈນັບມື້ນັບໄດ້ຍົກສູງຂຶ້ນ ພິເສດແມ່ນຮັກສາບັນດາຄຸນຄ່າດ້ານວັດທະນະທຳໄວ້ໄດ້”
ທີ່ງານບຸນ, ບັນດາພິທີຄື: ພາວະນາຂໍໃຫ້ການປູກຝັງໄດ້ຮັບຜົນດີ, ງານບຸນລົງທົ່ງນາຂອງປະຊາຊົນບັນດາເຜົ່າຫວຽດນາມກໍໄດ້ຮັບການຈັດຕັ້ງຂຶ້ນຄືນໃໝ່. ແຂກທ່ອງທ່ອງສາມາດເຫັນປະຈັກຕາວິທີຕົ້ມເຫຼົ້າສາລີ, ປີ້ງໝູ, ແຂ່ງຫໍ່ເຂົ້າຕົ້ມ, ເຮັດເຂົ້າຫຼາມ, ປີ້ງໄກ່ ແລະໄດ້ຮັບປະທານບັນດາເຍື່ອງອາຫານພື້ນເມືອງທີ່ເຂັ້ມຂົ້ນໄປດ້ວຍສີສັນຊົນເຜົ່າ.