(vovworld) - ໃນຂອບເຂດຂອງລາຍການ “ທ່ອງທ່ຽວອ່ວາຍເມືອຫາກົກເຂົ້າເຫງົ້າກໍ” ການຮ່ວມມືລະຫວ່າງ 3 ແຂວງ ຟູ໋ທໍ້ - ອຽນບ໋າຍ - ລາວກາຍ, ວັນທີ 17/2, ຢູ່ວິຫານ ດົງກວງ (Dong Cuong), ຕາແສງ ດົງກວງ, ເມືອງ ວັນອຽນ, ແຂວງ ອຽນບ໋າຍ ໄດ້ໄຂງານບຸນແມ່ນ້ຳແດງ ປີ 2013. ງານບຸນຈະດຳເນີນໃນເວລາ 3 ວັນ (ແຕ່ວັນທີ 17 – 19/2) ດ້ວຍບັນດາການເຄື່ອນໄຫວຄື: ງານບຸນສິລະປະໝູ່ມະຫາຊົນ, ການສະແດງຊຸດອາພອນເຜົ່າຕ່າງໆ, ງານຕະຫຼາດນັດການຄ້າ - ຕະຫຼາດເຂດບ້ານນາ - ອາຫານການກິນ, ການແຂ່ງຂັນກິລາປະເພດຕ່າງໆ, ງານວາງສະແດງມີຫົວຂໍ້ວ່າ “ແມ່ນ້ຳແດງໃນເມື່ອກ່ອນ ແລະ ໃນປະຈຸບັນ”, ສາຍຟິມຮູບເງົາ, ພິມຈຳໜ່າຍປື້ມ, ຈັດງານລ້ຽງທະຫານສະໄໝລາດຊະວົງ ເຈີນ ແລະ ການຊ່ວງເຮືອ, ບາງລາຍການທ່ອງທ່ຽວລຽບຕາມແມ່ນ້ຳແດງ ອຽນບ໋າຍ - ລາວກາຍ, ອຽນບ໋າຍ - ຟູ໋ທໍ້ ກໍ່ໄດ້ຮັບການຈັດຕັ້ງໃນໂອກາດນີ້. ງານບຸນແມ່ນ້ຳແດງ ໄດ້ຮັບການຈັດຕັ້ງກົງກັບໂອກາດໄຂງານບຸນວິຫານ ດົງກວງ ປີ 2013, ດັ່ງນັ້ນຈຶ່ງດຶງດູດແຂກຈາກທຸກສາລາທິດເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.