ໄຂງານວາງສະແດງຕະຫຼາດນັດທ່ອງທ່ຽວການຄ້າເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ
(ງານວາງສະແດງຕະຫຼາດນັດທ່ອງທ່ຽວການຄ້າ
ເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ)
(vovworld) – “ສັບປະດາທ່ອງທ່ຽວຂຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ປີ 2015” ຢູ່ນະຄອນເກີນເທີ ເລີ່ມດຳເນີນໄປຢ່າງເປັນທາງການ, ດ້ວຍພິທີໄຂງານວາງສະແດງທ່ອງທ່ຽວ, ການຄ້າເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ໃນຕອນຄໍ່າວັນທີ 27/06. ຄະນະຈັດຕັ້ງໃຫ້ຮູ້ວ່າ: ງານວາງສະແດງແມ່ນຂົວເຊື່ອມຕໍ່ລະຫວ່າງບັນດາວິສາຫະກິດ ແລະ ລູກຄ້າເພື່ອຍູ້ແຮງການໂຄສະນາເຄື່ອງໝາຍການຄ້າ, ຜະລິດຕະພັນ, ການບໍລິການໂດຍກົງເຖິງລູກຄ້າທີ່ມີຄວາມສາມາດບົ່ມຊ້ອນຂອງເຂດ. ພ້ອມກັນນັ້ນ, ງານສາງສະແດງກໍເປີດກາລະໂອກາດຮ່ວມມື, ສົ່ງເສີມການຄ້າ ດ້ານການທ່ອງທ່ຽວ ແລະ ການບໍລິການລະຫວ່າງວິສາຫະກິດ ແລະ ບັນດາແຂວງນະຄອນໃນທົ່ວປະເທດ. ງານວາງສະແດງ ຈະເປີດປະຕູຮອດວັນທີ 03/07 ຈຶ່ງຈະອັດລົງ.