ໄຂງານວາງສະແດງ “ປະເທດຮຸງກາຣີ ຍຸກປະຈຸບັນ”
(VOVWORLD) -ຕອນບ່າຍວັນທີ 25 ກັນຍາ, ຢູ່ຮ່າໂນ້ຍ, ຫໍພິພິດຕະພັນວິຈິດສິນຫວຽດນາມ ແລະ ສະຖານທູດຮຸງກາຣີ ປະຈຳຫວຽດນາມ ໄດ້ສົມທົບກັນໄຂງານວາງສະແດງ “ປະເທດຮຸງກາຣີ ຍຸກປະຈຸບັນ”.
ງານວາງສະແດງ “ປະເທດຮຸງກາຣີ ຍຸກປະຈຸບັນ”
(ພາບ: qdnd.vn)
|
ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດບັນດາເຫດການເນື່ອງໃນໂອກາດການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີຮຸງກາຣີ Orbán Viktor ໃນລະຫວ່າງວັນທີ 24 – 26 ກັນຍາ. ງານວາງສະແດງ “ປະເທດຮຸງກາຣີ ຍຸກປະຈຸບັນ” ໄດ້ແນະນຳ 49 ຜະລິດຕະພັນເຄື່ອງປັ້ນດິນເຜົາຂອງຈິດຕະກອນຮຸງກາຣີ. ງານວາງສະແດງແມ່ນເພື່ອແນໃສ່ແນະນຳເຖິງປະຊາຊົນນະຄອນຫຼວງຮ່າໂນ້ຍ ເວົ້າສະເພາະ ແລະ ປະຊາຊົນ ຫວຽດນາມ ເວົ້າລວມກ່ຽວກັບບັນດາຈຸດທີ່ເປັນເອກະລັກສະເພາະທາງດ້ານວັດທະນະທຳຂອງປະເທດຮຸງກາຣີ. ງານວາງສະແດງຈະເປີດປະຕູຮອດວັນທີ 08 ຕຸລາ ຢູ່ຮ່າໂນ້ຍ, ຫຼັງຈາກນັ້ນຈະເປີດງານວາງສະແດງຕໍ່ຢູ່ນະຄອນໂຮ່ຈິມິນ.