ໄຂວັນທ່ອງທ່ຽວ ຮ່າໂນ້ຍ

ວັນ​ທີ 1/1/2012, ​ ​ໄດ້​​ໄຂ​ວັນທ່ອງ​ທ່ຽວ​ຮ່າ​ໂນ້ຍຂຶ້ນຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ໜື່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ ​ໃນ​ໂອກາດ​ງານ​ບຸນ​ຖະໜົນ​ດອກ​ໄມ້​ຮ່າ​ໂນ້ຍ, ຄ່ຳ​ນັບ​ຮັບ​ຕ້ອນ​ປີ​ໃໝ່ 2012 ຢູ່​ນະຄອນຫຼວງ. ​ເຫດການ​ງານ​ບຸນ “ຮ່າ​ໂນ້ຍ ຖະໜົນ ​ແລະ​ດອກ​ໄມ້” ປີ​ນີ້, ນອກຈາກ​ມີ​ຄວາມ​ໝາຍ​ດ້ານ​ວັດທະນະທຳ, ການທ່ອງທ່ຽວ​ຂອງ​ນະຄອນ ຫຼວງຮ່າ​ໂນ້ຍ​ແລ້ວ, ຍັງ​ມີ​ຄວາມໝາຍພິ​ເສດ ​ນັ້ນ​ແມ່ນ ​ໂຄສະນາ​ການທ່ອງທ່ຽວ​ມູນ​ມໍລະດົກ​ອີກ​ດ້ວຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເປີດ​ສາກ​ໃຫ້​ແກ່​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2012 ດ້ວຍ​ຫົວ​ເລື່ອງ: “​ການທ່ອງທ່ຽວ​ມູນ​ມໍລະດົກ”. ທ່ານ​ມາຍ​ຕຽນຢູ໋ງ, ຮອງ​ຫົວໜ້າ​ພະ​ແນກ​ວັດທະນະທຳ, ກິລາ ​ແລະ​ການທ່ອງທ່ຽວ​ນະຄອນ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ: “ຈຸດ​ສຸມ​ໃນ​ວັນ​ບຸນປີ​ນີ້ ນັ້ນ​ແມ່ນ​ການທ່ອງທ່ຽວ, ການທ່ອງທ່ຽວ​ໄດ້​ຮັບ​ການ​ເຊີດ​ຊູ, ​ໂຄສະນາ, ​ແນະນຳ​ຜ່ານ​ຮູບ​ພາບ​ຂອງ​ດອກ​ໄມ້ ​ແລະ​ຜ່ານ​ບັນດາ​ເນື້ອ​ໃນ​ທີ່​ມີ​ລັກສະນະ​ແນະນຳ​ມູນ​ມໍລະດົກ​ວັດທະນະທຳ​ມີ​ຮູບ​ຮ່າງ ​ແລະ​ບໍ່​ມີ​ຮູບ​ຮ່າງ”. ນີ້​ແມ່ນ​ໜື່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ ​ໃນ​ໂອກາດ​ງານ​ບຸນ​ຖະໜົນ​ດອກ​ໄມ້​ຮ່າ​ໂນ້ຍ, ຄ່ຳ​ນັບ​ຮັບ​ຕ້ອນ​ປີ​ໃໝ່ 2012 ຢູ່​ນະຄອນຫຼວງ. ​ເຫດການ​ງານ​ບຸນ “ຮ່າ​ໂນ້ຍ ຖະໜົນ ​ແລະ​ດອກ​ໄມ້” ປີ​ນີ້, ນອກຈາກ​ມີ​ຄວາມ​ໝາຍ​ດ້ານ​ວັດທະນະທຳ, ການທ່ອງທ່ຽວ​ຂອງ​ນະຄອນ ຫຼວງຮ່າ​ໂນ້ຍ​ແລ້ວ, ຍັງ​ມີ​ຄວາມໝາຍພິ​ເສດ ​ນັ້ນ​ແມ່ນ ​ໂຄສະນາ​ການທ່ອງທ່ຽວ​ມູນ​ມໍລະດົກ​ອີກ​ດ້ວຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເປີດ​ສາກ​ໃຫ້​ແກ່​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2012 ດ້ວຍ​ຫົວ​ເລື່ອງ: “​ການທ່ອງທ່ຽວ​ມູນ​ມໍລະດົກ”. ທ່ານ​ມາຍ​ຕຽນຢູ໋ງ, ຮອງ​ຫົວໜ້າ​ພະ​ແນກ​ວັດທະນະທຳ, ກິລາ ​ແລະ​ການທ່ອງທ່ຽວ​ນະຄອນ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ: “ຈຸດ​ສຸມ​ໃນ​ວັນ​ບຸນປີ​ນີ້ ນັ້ນ​ແມ່ນ​ການທ່ອງທ່ຽວ, ການທ່ອງທ່ຽວ​ໄດ້​ຮັບ​ການ​ເຊີດ​ຊູ, ​ໂຄສະນາ, ​ແນະນຳ​ຜ່ານ​ຮູບ​ພາບ​ຂອງ​ດອກ​ໄມ້ ​ແລະ​ຜ່ານ​ບັນດາ​ເນື້ອ​ໃນ​ທີ່​ມີ​ລັກສະນະ​ແນະນຳ​ມູນ​ມໍລະດົກ​ວັດທະນະທຳ​ມີ​ຮູບ​ຮ່າງ ​ແລະ​ບໍ່​ມີ​ຮູບ​ຮ່າງ”.
ຂ່າວ/ບົດ​ອື່ນ