ໄຂວັນບຸນວັດທະນະທຳ,ກິລາແລະທ່ອງທ່ຽວປະຊາຊົນເຜົ່າຈຳປີ2016

ໄຂວັນບຸນວັດທະນະທຳ,ກິລາແລະທ່ອງທ່ຽວປະຊາຊົນເຜົ່າຈຳປີ2016 - ảnh 1
(ບຸນ​ວັດ​ທະ​ນະ​ທຳ, ກິ​ລາ ​ແລະ​ ທ່ອງ​ທ່ຽ​ວ​ປະ​ຊາ​ຊົນ​ເຜົ່າ​ຈຳ​ປີ 2016)

(vovworld) - ຕອນ​ຄ​່ຳ​ວັນ​ທີ 15/07, ຢ​ູ່​ແຂວງ​ອາ​ນຢາງ, ໄດ້​ໄຂວັນ​ບຸນ​ວັດ​ທະ​ນະ​ທຳ, ກິ​ລາ​ແລະ ​ທ່ອງ​ທ່ຽ​ວ​ປະ​ຊາ​ຊົນ​ເຜົ່າ​ຈຳ​ ປີ 2016. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຮີນ​ວັນ​ອ໋າຍ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່​ອງ​ທ່ຽ​ວ ເນັ້ນ​ໜັກ​ວ່າ.

        “ວັດ​ບຸນ​ໄດ້​ຮັບ​ການ​ຈັດ​ຕັ້ງ ເພື່ອ​ແນ​ໃສ່​ບັນ​ດາ​ເຫດ​ການ​ການ​ເມືອງ​ໃຫຍ​່​ຂອງ​ປະ​ເທດ​ຊາດ; ພ້ອມ​ທັງ​ແມ່ນ​ໂອ​ກາດ​ເພື່ອ​ໂຄ​ສະ​ນາ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳທີ່​ເປັນ​ມູນ​ເຊື້ອ​ຂອງ​ປະ​ຊ​ົນ​ເຜົ່າ​ຈຳ ກັບ​ເພື່ອນ​ມິດ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ; ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ເສດ​ຖະ​ກິດ, ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ປະ​ຊາ​ຊົນ. ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່​ອງ​ທ່ຽວ ປາດ​ຖະ​ໜາ​ສືບ​ຕໍ​່​ໄດ້​ຮັບ​ການ​ເຂົ້າ​ຮ່ວມ, ສົມ​ທົບ​ກັນ​ຈັດ​ຕັ້ງ​ຂອງ​ທ້ອງ​ຖິ່ນ​ຕ່າງໆ; ຂອງ​ປະ​ຊາ​ຊົນ​ເຜົ່າ​ຈ​ຳ ໃນ​ວຽກ​ງານ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ, ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ”.

        ວັນ​ບຸນວັດ​ທະ​ນະ​ທຳ, ກິ​ລາ​ແລະ ​ທ່ອງ​ທ່ຽ​ວ​ປະ​ຊາ​ຊົນ​ເຜົ່າ​ຈຳ​ ປີ 2016 ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ເມືອງ ອານ​ຟຸ໋, ແຂວງ​ອານ​ຢາງ ແຕ່​ວັນ​ທີ 15 – 17/07.

ຂ່າວ/ບົດ​ອື່ນ