ວັນບຸນວັດທະນະທຳຊົນເຜົ່າຜູ້ໄທຄັ້ງທີ1ປີ2014
ພາບ:vov
|
(vovworld)- ວັນບຸນດັ່ງກ່າວດຳເນີນໄປໃນຕອນຄ່ຳວັນທີ 27/12 ຢູ່ ແຂວງ ລາຍເຈົາ. ນີ້ເປັນຄັ້ງທຳອິດ ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວສົມທົບກັບຄະນະກຳມະການປະຊາຊົນແຂວງ ລາຍເຈົາ ຈັດຂຶ້ນ ດ້ວຍຫົວຂໍ້ວ່າ: ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າຜູ້ໄທໃນໄລຍະໃຫມ່-ເຊື່ອມໂຍງແລະພັດທະນາຂອງປະເທດຊາດ.” ທ່ານ ໂດ໋ຮ້າລອງ, ຮອງຫົວຫນ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ລາຍເຈົາ ໃຫ້ຮູ້ວ່າ:
“ພາຍຫລັງວັນບຸນນີ້, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ລາຍເຈົາ ກໍໄດ້ກຳນົດກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ ແມ່ນຫນ້າທີ່ຈຸດສຸມ. ພວກຂ້າພະເຈົ້າສ້າງແຜນການຍຸດທະສາດເພື່ອພັດທະນາ, ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳບັນດາເຜົ່າ ພິເສດແມ່ນບັນດາເຜົ່າສ່ວນຫນ້ອຍ.”
ພາຍຫລັງພິທີໄຂ ແມ່ນລາຍການສະແດງສິລະປະ ໂດຍມີການເຂົ້າຮ່ວມຂອງນັກສະແດງ, ນັກສິລະປະກອນ ກວ່າ 1000 ຄົນມາຈາກ 8 ແຂວງ , ນະຄອນ ມີຊາວເຜົ່າຜູ້ໄທດຳລົງຊີວິດ ນັ້ນແມ່ນ ລາຍເຈົາ, ດ້ຽນບຽນ, ຮ່ວາບີງ, ເຊີນລາ, ລ່າວກາຍ, ອຽນບາຍ, ເຫງ້ອານ ແລະ ແທງຮວາ.