ໄຂສຸດຮຽນພາສາຫວຽດນາມທຳອິດຢູ່ມາເລເຊຍ

ໄຂສຸດຮຽນພາສາຫວຽດນາມທຳອິດຢູ່ມາເລເຊຍ - ảnh 1
ໄຂ​ຊຸດ​ຮຽນ​ພາ​ສາ ຫວຽດ​ ທຳ​ອິດ​ສຳ​ລັບ​ລູກ​ຂອງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ
(ພາບ: Hoàng Nhương/Vietnam+)

(vovworld) – ​ ວັນ​ທີ 16/10, ສະ​ໂມ​ສອ​ນ​ແມ່​ຍິງ ຫວຽດ​ນາມ ຢູ່ ມາ​ເລ​ເຊຍ, ໄດ້​ສົມ​ທົບ​ກັບ​ສະ​ຖານ​ທ​ູ​ດ ຫວຽດ​ນາມ ປະ​ຈຳ ມາ​ເລ​ເຊຍ ໄຂ​ຊຸດ​ຮຽນ​ພາ​ສາ ຫວຽດ​ ທຳ​ອິດ​ສຳ​ລັບ​ລູກ​ຂອງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່​ທີ່ນີ້. ມີ​ນັ​ກ​ຮຽນ​ປະ​ມານ 30 ຄົນ​ໄດ້​ຈົດ​ທ​ະ​ບຽນເຂົ້າ​ຮ່ວມ​ການ​ຮຽນ. ໃນ​ຈຳ​ນວນ​ດັ່ງ​ກ່າວ, ລູກຫຼານ​ຂອງ​ແມ່​ຍິງ ຫວຽດ​ນາມ ​ທີ່​ເອົາ​ຜົວ​ຕ່າງ​ປະ​ເທດກວມ 80%, ສ່ວນ​ຍັງ​ເຫຼືອ​ແມ່ນ​ລູກ​ຂອງ​ບັນ​ດາ​ພະ​ນັກ​ງານ, ພາ​ລ​ະ​ກອນ​ ຫວຽດ​ນາມ ​ທີ່ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ທີ່ນີ້. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ຊຸດ​ຮຽນ, ທ່ານ ຟ້າມ​ກາວ​ຟອງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ມາ​ເລ​ເຊຍ ໄດ້​ເນັ້ນ​ໜັກ​ວ່າ: ການ​ສອນ​ພາ​ສາ ຫວຽດ ໃຫ້​ແກ່​ລູກ​ຂອງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ບໍ່​ພຽງ​ແຕ່​ແມ່ນ​ການ​ສອນ​ພາ​ສ​າ​ແມ່​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ສອນ​ວັດ​ທະ​ນະ​ທຳ ຫວຽດ​ນາມ, ຊ່ວຍ​ໃຫ້​ພວ​ກ​ນ້ອງ​ສະ​ໜິດ​ຕິ​ດ​ພັນ​ກັບ​ບ້ານ​ເກີດ​ເມືອງນອນ, ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ການ​ພັດ​ທະ​ນາ​ລະ​ຫວ່າງ ຫວຽດ​ນາມ - ມາ​ເລ​ເຊຍ ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ