ໄຂສັບປະດາຮູບເງົາສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ

(VOVWORLD) - ຕອນຄ່ຳວັນທີ 24 ເມສາ, ທີ່ໂຮງສາຍຮູບເງົາ ດ້ຽນບຽນຝູ, ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ, ກົມຮູບເງົາ - ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບແຂວງ ດ້ຽນບຽນ ຈັດພິທີໄຂສັບປະດາສາຍຮູບເງົາເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (07/05/1954 – 17/05/2019). 

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ໂດກວ໊ກຫວຽດ, ຮອງຫົວໜ້າກົມຮູບເງົາ - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເນັ້ນໜັກວ່າ:

        “ບັນດາຮູບເງົາໄດ້ນຳມາສາຍໃນສັບປະດາຮູບເງົານີ້ ມີລັກສະນະເຂັ້ມຂຸ້ນໄປດ້ວຍສີສັນຊາດ, ເຕັມໄປດ້ວຍຄຸນຄ່າວັດທະນະທຳມະນຸດ ຈະປະກອບສ່ວນສຶກສາມູນເຊື້ອ, ສຶກສານ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈກ່ຽວກັບປະເທດຊາດ, ເຊີດຊູ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາການປະກອບສ່ວນເສຍສະຫຼະຊີວິດຂອງລຸ້ນພໍ່ລຸ້ນອ້າຍ, ເປັນການຢັ້ງຢືນຄຸນຄ່າຂອງຜົນງານການປະຕິວັດ ເຊິ່ງແຂວງ ດ້ຽນບຽນ ບັນລຸໄດ້ໃນປີຜ່ານມາ. ພ້ອມທັງ ຢືນຢັນເຖິງບົດບາດສຳຄັນຂອງຮູບເງົາໃນຊີວິດການເປັນຢູ່ ກໍ່ຄືການພັດທະນາເສດຖະກິດຂອງປະເທດຊາດ

ໄຂສັບປະດາຮູບເງົາສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ - ảnh 1ໄຂສັບປະດາຮູບເງົາສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (ພາບ: TTXVN) 

       ສັບປະດາຮູບເງົາດຳເນີນແຕ່ວັນທີ 24 ເມສາ - ວັນທີ 20 ພຶດສະພາ 2019 ໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ