(ໄຂເວທີປາໄສການຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງ 2013)
(vovworld) – ຕອນຄຳ່ວັນທີ 25/11 ທີ່ນະຄອນ ຫວິງລອງ, ກ່າວຄຳເຫັນທີ່ພິທີໄຂເວທີປາໄສການຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງ 2013, ທ່ານຮອງນາຍົກລັດຖະມົນຕີ ຫວູ້ວັນນິງ ຖືວ່າ ຜ່ານການເຄື່ອນໄຫວລະອຽດຕ່າງໆທີ່ເວທີປາໄສ, ບັນດາອົງການກ່ຽວຂ້ອງ ແລະ ປະຊາຄົມວິສາຫະກິດພ້ອມກັນແລກປ່ຽນ, ຮ່ວມມື, ຊອກຮູ້, ເລືອກເຟັ້ນບັນດາໂຄງການທີ່ມີຄວາມສາມາດບົ່ມຊ້ອນສຸມໃສ່ພັດທະນາເຂດທົ່ງພຽງແມ່ນ້ຳ ຂອງໃຫ້ກ່າຍເປັນສະຖານທີ່ສຳຄັນໃນການຜະລິດສິນຄ້າ; ສິນໃນນ້ຳ; ພັດທະນາການທ່ອງທ່ຽວຊີວະພາບ. ກ່ຽວກັບທິດທາງພັດທະນາເຂດທົ່ງພຽງແມ່ນ້ຳຂອງໃນໄລຍະຈະມາເຖີງ, ທ່ານຮອງນາຍົກລັດຖະມົນຕີ ຫວູ້ວັນນິງ ຊີ້ນຳວ່າ:
“ ຂ້າພະເຈົ້າສະເໜີໃຫ້ບັນດາກະຊວງ, ຂະແໜງການສູນກາງບັນດາທ້ອງຖິ່ນໃນເຂດເອົາໃຈໃສ່ກວ່າອີກຕໍ່ຈຸດໝາຍສຳຄັນທີ່ສຸດຂອງເວທີປາໄສນັ້ນແມ່ນສົມທົບກັນຢ່າງແໜ້ນແຟ້ນລະຫວ່າງພັດທະນາເສດຖະກິດກັບຮັບປະກັນຊີວິດສັງຄົມ, ເບິ່ງແຍງດູແລຊີວິດທາງດ້ານວັດຖຸໃຫ້ປະຊາຊົນ, ພິເສດແມ່ນສຳລັບຜູ້ທຸກຍາກ, ຊາວຊົນເຜົ່າ, ປະຊາຊົນຢູ່ເຂດຫ່າງໄກສອກຫຼິກ. ຄຽງຂ້າງນັ້ນ, ການເຄື່ອນໄຫວຂອງເວທີປາໄສຕ້ອງຕິດກັບສະພາບຕົວຈິງແກ້ໄຂບັນດາບັນຫາເຄັ່ງຮ້ອນທີ່ໄດ້ວາງອອກໃນຂະບວນການພັດທະນາເສດຖະກິດສັງຄົມໃນເຂດ.”