(vovworld) - ວັນທີ 05/03, ເວທີປາໄສອາຊີຕາເວັນອອກສ່ຽງໃຕ້ ຖືກຈັດຂຶ້ນເປັນຄັ້ງທຳອິດຢູ່ສະຖານທູດຫວຽດນາມ ປະຈຳລາຊະອານາຈັກອັງກິດເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງລາຊະອານາຈັກອັງກິດ ແລະ ບັນດາປະເທດໃນອາຊຽນ. ກ່າວປາໄສທີ່ພິທີໄຂເວທີປາໄສ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກອັງກິດ ແລະ ອາຍແລນເໜືອ ຫູກວາງມິງ ຖືວ່າ, ກອງປະຊຸມຄັ້ງນີ້ດຳເນີນໄປກົງກັບຈຸດເວລາ, ໂດຍສະເພາະແມ່ນເມື່ອນະໂຍບາຍການຕ່າງປະເທດ ແລະ ຍຸດທະສາດພັດທະນາຂອງອັງກິດ ພວມຫັນໄປສູ່ທິດຕາເວັນອອກ, ໃນນັ້ນໄດ້ສຸມໃສ່ເຂົ້າອາຊີ ເວົ້ນລວມ ແລະ ລະອຽດແມ່ນບັນດາປະເທດອາຊຽນ. ທີ່ເວທີປາໄສ, ທ່ານລັດຖະມົນຕີການຕ່າງປະເທດອັງກິດ Hugo Swire ໄດ້ມີບົດກ່າວປາໄສທີ່ສຳຄັນກ່ຽວກັບການພົວພັນລະຫວ່າງອັງກິດ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ທ່ານຫວັງວ່າ ເວທີປາໄສຈະກາຍເປັນຊັບສົມບັດອັນແທດຈິງ ເພື່ອຊ່ວຍສ້າງ ແລະ ພັດທະນາການພົວພັນຄູ່ຮ່ວມມືຢ່າງເລີກເຊິ່ງກວ້າງຂວາງ, ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງອັງກິດ ແລະ ອາຊຽນກວ່າ ໂດຍຜ່ານບັນດາຮູບແບບຄື ຈັດການພົບປະເປັນປະຈຳ, ຈັດຕັ້ງກອງປະຊຸມ ແລະ ການໄປຄົ້ນຄວ້າຊອກຮູ້ຕ່າງໆ.