ໄຂເວທີປາໄສເດັກນ້ອຍແຫ່ງຊາດປີ 2013

ໄຂເວທີປາໄສເດັກນ້ອຍແຫ່ງຊາດປີ 2013 - ảnh 1
ພາບປະກອບ:internet


(vovworld)- ເວທີປາໄສເດັກນ້ອຍແຫ່ງຊາດປີ 2013 ພາຍໃຕ້ຫົວຂໍ້ວ່າ: “ເດັກນ້ອຍເຂົ້າຮ່ວມການປະກອບຄຳເຫັນໃສ່ກົດໝາຍວ່າດ້ວຍການປົກປ້ອງ, ເບີ່ງແຍງດູແລ ​ແລະ ສຶກສາ​ເດັກນ້ອຍ ສະບັບ​ປັບປຸງ” ຖືກ​​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 8/8 ຢູ່ ຮ່າ​ໂນ້ຍ. ​ໃນ 2 ມື້​ດຳ​ເນີນ​ເວທີ​ປາ​ໄສ, ມີ​ເດັກນ້ອຍ 180 ຄົນ ອາຍຸ​ຈາກ 10- 16 ປີ ທີ່​ມາ​ຈາກ 29 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ຈະ​ປຶກສາ​ຫາລື, ສະ​ເຫນີ ກ່ຽວ​ກັບ​ການ​ປັບປຸງ​ກົດໝາຍ​ດັ່ງກ່າວ ຜ່ານ 6 ຫົວ​ຂໍ້, ​ໃນ​ນັ້ນ ມີ​ຄວາມປອດ​ໄພ​ຊີວິດ​ອີນຊີ ​ແລະ ການ​ລະ​ຫລິ້ນ​ບັນ​ເທິງ​ໃຫ້​ແກ່​ເດັກນ້ອຍ; ບັນ​ດາ​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ດ້ານ​ຈິດ​​ໃຈ, ທະລຸ​ນ, ບໍ່​ເອົາ​ໃຈ​ໃສ່​​ເຖິງ​ເດັກນ້ອຍ. ພາຍຫລັງ​ເວທີ​ປາ​ໄສ, ບັນດາ​ຄຳ​ສະ​ເຫ​ນີ ​ແລະ ສານ​ຂອງ​ພວກ​ນ້ອງ​ຈະ​ຖືກ​ສົ່ງ​ເຖິງ​ບັນດາ​ອົງການ, ນັກ​ວາງ​ແຜນ​ນະ​ໂຍບາຍ, ຄະນະ​ຮຽບຮຽງ ​ແລະ ຫນ່ວຍ​ຮຽບຮຽງ​ປັບປຸງ​ກົດໝາຍ​ດັ່ງກ່າວ ​ເພື່ອ​ຄົ້ນ​ຄ້ວາ​ປະຕິບັດ​ບັນດາ​ນະ​ໂຍບາຍ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ເດັກນ້ອຍ. ກ່າວ​ຄຳ​ເຫັນ​ນະ​ເວທີ​ປາ​ໄສ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ຢວານ​ເມົ້າ​ຢຽບ ຊີ້​ແຈງ​ວ່າ:

     “ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ພາຍຫລັງ​ເວທີ​ປາ​ໄສ, ພວກ​ນ້ອງ ຈະ​ເປັນ​ບັນດາ​ທູດ​ມີ​ເຈດ​ຕະນາ​ດີ​ເພື່ອ​ໂຄສະນາ​ບັນດາ​ເນື້ອ​ໃນ​ຂອງ​ເວທີ​ປາ​ໄສ​ເຖິງ​ໝູ່​ເພື່ອນ​ທີ່​ບໍ່​ມີ​ກາລະ​ໂອກາດ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຄັ້ງ​ນີ້ ​ເພື່ອ​ໃຫ້​ພວກ​ເຮົາ​ປະຕິບັດ​ສິດ​ເຂົ້າ​ຮ່ວມ​ຂອງ​​ເດັກນ້ອຍ​ເປັນ​ຢ່າງ​ດີ.”

 

 

 

ຂ່າວ/ບົດ​ອື່ນ