ໄຂເວທີປາໄສເສດຖະກິດຫວຽດນາມ 2021 “ຟື້ນຟູ ແລະ ພັດທະນາແບບຍືນຍົງ”

(VOVWORLD) -ເວທີປາໄສເສດຖະກິດ ຫວຽດນາມ ປີ 2021 ແມ່ນໂອກາດເພື່ອໃຫ້ສະພາແຫ່ງຊາດ, ບັນດາອົງການຈັດຕັ້ງ, ອົງການທີ່ກ່ຽວຂ້ອງ ຮັບຟັງຄຳເຫັນຈາກນັກຊ່ຽວຊານ, ນັກວິທະຍາສາດຢູ່ພາຍໃນ ແລະ ຕ່າງປະເທດ, ຄູ່ຮ່ວມມືພັດທະນາຂອງ ຫວຽດນາມ
ໄຂເວທີປາໄສເສດຖະກິດຫວຽດນາມ 2021 “ຟື້ນຟູ ແລະ ພັດທະນາແບບຍືນຍົງ” - ảnh 1ເວທີປາໄສເສດຖະກິດ ຫວຽດນາມ ປີ 2021
(ພາບ: VGP)

ຕອນເຊົ້າວັນທີ 05 ທັນວາ, ເວທີປາໄສເສດຖະກິດ ຫວຽດນາມ ປີ 2021 “ຟື້ນຟູເສດຖະກິດ ຫວຽດນາມ ປີ 2021” ໄດ້ໄຂຂຶ້ນຢ່າງເປັນທາງການ ດ້ວຍການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ເວທີປາໄສດຳເນີນໂດຍກົງ ສົມທົບກັບແບບທາງໄກເຊື່ອມເຊື່ອມຕໍ່ກັບທ້ອງຖິ່ນ 57 ແຫ່ງ , ສະຖານທີ່ 3 ແຫ່ງຢູ່ຕ່າງປະເທດຄື: ອາເມລິກາ, ຝລັ່ງ, ໄທ).

ກ່າວຄຳເຫັນໄຂເວທີປາໄສ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ເວທີປາໄສເສດຖະກິດ ຫວຽດນາມ ປີ 2021 ແມ່ນໂອກາດເພື່ອໃຫ້ສະພາແຫ່ງຊາດ, ບັນດາອົງການຈັດຕັ້ງ, ອົງການທີ່ກ່ຽວຂ້ອງ ຮັບຟັງຄຳເຫັນຈາກນັກຊ່ຽວຊານ, ນັກວິທະຍາສາດຢູ່ພາຍໃນ ແລະ ຕ່າງປະເທດ, ຄູ່ຮ່ວມມືພັດທະນາຂອງ ຫວຽດນາມ, ປະຊາຄົມວິສາຫະກິດໃນທົ່ວປະເທດ… ປະກອບມາດຕະການແກ້ໄຂສັງລວມ ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມແບບຍືນຍົງ, ທັງຕອບສະໜອງຄວາມຮຽກຮ້ອງໃນຕໍ່ໜ້າ, ທັງຕອບສະໜອງເປົ້າໝາຍໄລຍະຍາວຂອງການພັດທະນາແບບຍືນຍົງ ມຸ່ງໄປເຖິງການຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ການເຕີບໂຕຂຽວ ແລະ ການຫັນເປັນດີຈີຕອນ.

ເວທີປາໄສມີຄວາມໝາຍສຳຄັນ ປະກອບສ່ວນເຮັດແຈ້ງບັນດາຫຼັກຖານວິທະຍາສາດ ແລະ ພຶດຕິກຳຕົວຈິງ ກໍຄືບົດຮຽນສາກົນ ເພື່ອໃຫ້ສະພາແຫ່ງຊາດ, ລັດຖະບານພິຈາລະນາ, ແກ້ໄຂບ້ວງງົບປະມານ, ມາດຕະການແກ້ໄຂດ້ານການເງິນ, ເງິນຕາ, ທັງຕອບສະໜອງຄວາມຮຽກຮ້ອງໃນການປ້ອງກັນ, ຕ້ານໂລກລະບາດ ທັງໜູນຊ່ວຍເປົ້າໝາຍຟື້ນຟູ, ພັດທະນາເສດຖະກິດ, ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ