(vovworld) - ພິທີໄຂ “ຊຸມມື້ຫວຽດນາມ ຢູ່ ຍີ່ປຸ່ນ”, ແມ່ນເຫດການທີ່ໃຫຍ່ກວ່າໝູ່ໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ 2 ປະເທດ, ເຊິ່ງດຳເນີນໄປໃນຕອນຄໍ່າວັນທີ 12 ກັນຍາ, ຢູ່ນະຄອນຫຼວງ ໂຕກຽວ. ກ່າວຄຳເຫັນໄຂພິທີ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ເນັ້ນໜັກວ່າ ພາຍຫຼັງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, ການພົວພັນມິດຕະພາບລະຫວ່າງຫວຽດນາມ - ຍີ່ປຸ່ນ ໄດ້ຮັບການພັດທະນາຢ່າງແຮງ, ເລີກເຊິ່ງ ແລະ ກວ້າງຂວາງໃນຫຼາຍຂົງເຂດ, ກາຍເປັນຄູ່ຮ່ວມມືຍຸດທະສາດເພື່ອສັນຕິພາບ, ວັດທະນາຖາວອນຢູ່ພາກພື້ນອາຊີ. ການພົວພັນຫວຽດນາມ - ຍີ່ປຸ່ນ ພວມຢູ່ໃນໄລຍະດີກວ່າໝູ່ໃນປະຫວັດສາດ. “ຊຸມມື້ຫວຽດນາມ ຢູ່ ຍີ່ປຸ່ນ” ຈະດຳເນີນໄປແຕ່ວັນທີ 12 – 22 ກັນຍາ, ຢູ່ 5 ຕົວເມືອງໃຫຍ່ຄື: ໂຕກຽວ, ໂອຊາກາ, ໂກແບ, ນາໂອກາ, ຟຸກືກາ. ເນື່ອງໃນໂອກາດນີ້ ກໍ່ຈັດການເຄື່ອນໄຫວຫຼາຍຢ່າງເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ໂຄສະນາວັດທະນະທຳອີກດ້ວຍ.