ໄຊງ່ອນຕ້ອນຮັບກ່ຳປັ່ນສາກົນ 2 ລຳເຂົ້າທຽບທ່ານໃນໂອກາດຕົ້ນປີໃໝ່
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 10/2, ກຳ່ປັ່ນ Sea bourn Pride ທີ່ຂົນສົ່ງແຂກທ່ອງທ່ຽວ 200 ຄົນ ແລະ ກຳ່ປັ່ນ Aegea Odyssey ທີ່ຂົນສົ່ງແຂກໂດຍສານ 300 ຄົນ, ເຊິ່ງສ່ວນຫຼາຍແມ່ນມາຈາກເອີລົບ ແລະ ອາເມລິກາ ໄດ້ເຂົ້າທຽບທ່າໄຊງ່ອນ. ນາງ Betty Welner, ນັກທ່ອງທ່ຽວມາຈາກ Florida, ອາເມລິກາ, ໄດ້ມາຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດໃນຊຸມວັນຕົ້ນປີໃໝ່, ໃຫ້ຮູ້ວ່າ:
”ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ມາຫວຽດນາມ ໃນຊຸມມື້ທຳອິດຂອງບຸນປີໃໝ່ປະຈຳຊາດ. ຂໍອວຍພອນໃຫ້ທຸກຄົນ ປີໃໝ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຄວາມໝາຍ. ຂ້າພະເຈົ້າເຫັນວ່າຊາວຫວຽດນາມ ທັງງາມ, ເປັນຕາຮັກ ແລະ ມີຄວາມສະໜິດສະໜົມ, ຮັກແພງແຂກຄົນຫຼາຍ”.
ໃນຊຸມມື້ແຕ່ວັນທີ 2 – 5 ບຸນປີໃໝ່ ປີມະເສງ, ທ່າກຳ່ປັ່ນໄຊງ່ອນ ຈະສືບຕໍ່ໄດ້ຕ້ອນຮັບກຳ່ປັ່ນຂົນສົ່ງແຂກທ່ອງທ່ຽວສາກົນຫຼາຍລຳເຂົ້າທຽບທ່າ ເພື່ອຢ້ຽມຢາມນະຄອນ. ທ່ານ ຟານອ໋າຍຫງາຍ, ຮອງຜູ້ອຳນວຍການທ່າກຳ່ປັ່ນໂດຍສານທີ່ຂຶ້ນກັບທ່າກຳ່ປັ່ນໄຊງ່ອນ, ໃຫ້ຮູ້ວ່າ:
”ທ່າກຳ່ປັ່ນໂດຍສານໄດ້ສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ນັກທ່ອງທ່ຽວມາຢ້ຽມຢາມນະຄອນ ດ້ວຍການບໍລິການຫຼາຍຢ່າງ. ຂ້າພະເຈົ້າຫວັງວ່າປີ 2013 ຈະມີນັກທ່ອງທ່ຽວຫຼາຍຄົນມານະຄອນໂຮ່ຈີມິນ, ນີ້ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ນັກທ່ອງທ່ຽວເທົ່ານັ້ນ, ຫາກໃຫ້ທັງນະຄອນໂຮ່ຈີມິນ ອີກດ້ວຍ”.