ໄຕງວຽນຄວນເປັນເຈົ້າການ ປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນ

ໄຕງວຽນຄວນເປັນເຈົ້າການ ປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນ	 - ảnh 1
(ພາບ: http://vtvdanang.vn)

 ຕອນ​ເຊົ້າ​ວັນ​ທີ 11/12, ຢູ່​ນະຄອນ ບວນມາ​ທວດ, ​ແຂວງ ດັກ​ລັກ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​​ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ບັນດາ​ແຂວງ ​ໄຕ​ງວຽນ ​ປະຕິບັດ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ​ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົມບັດຂອງ​ປະທານ ​ໂຮ່ຈີ​ມິນ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ດິງ​ເທ໋ຮີ​ງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ຖື​ວ່າ, ​ເຖິງ​ວ່າ​ໃນ​ໄລຍະ​ຜ່ານ​ມາ ບັນດາ​ແຂວງ ​ໄຕ​ງວຽນ ​ໄດ້​ຜັນ​ຂະຫຍາຍ​ການ​ປະຕິບັດ​ຄຳ​ສັ່ງ​ຢ່າງ​ຮີບ​ເຮັ່ງ, ​ເຂັ້ມ​ງວດ, ​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ຂອງ​ທ້ອງ​ຖີ່​ນ​ແລ້ວກໍ່ຕາມ, ​ແຕ່​ວຽກ​ງານ​ນີ້​ບໍ່​ທັນ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເປັນ​ເຈົ້າ​ການ​ເທື່ອ. ທ່ານ​ເວົ້າ​ວ່າ:

    ”ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເຊິ່ງຕ້ອງ​​ໄດ້​ຮັບ​ຄວາມເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ນັ້ນ​ແມ່ນ, ຕ້ອງ​ສ້າງ​ມາດຕະຖານ​ດ້ານ​ຄຸນສົມບັດ​ໃຫ້​ແຕ່ລະ​ຂະ​ແໜງ, ​ແຕ່ລະ​ທ້ອງ​ຖີ່​ນ, ອົງການຈັດ​ຕັ້ງ, ຫົວໜ່ວຍ. ປະຕິບັດ​ເນື້ອ​ໃນ​ນີ້​ ​ແມ່ນ​ຈຳ​ເປັນ​ຕ້ອງ​ມີ​ນ້ຳໃຈເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ, ສຸດ​ຈິດ​ສຸດ​ໃຈ​ຂອງ​ຄະນະ​ປະຈຳ​ອົງຄະ​ນະ​ພັກ, ​ເລຂາ​ຄະນະ​ພັກ. ​​ເພື່ອແກ້​ໄຂ​ຄວາມ​ຫຍໍ້​ທໍ້, ​ເສີມ​ຂະຫຍາຍ​ລັກສະນະ​ຕັ້ງໜ້າ​ຢູ່​ແຕ່ລະ​ທ້ອງ​ຖີ່​ນ”

    ທ່ານ​ດິງ​ເທ໋ຮີ​ງກໍ່​ຮຽກຮ້ອງ​ໃຫ້​ທ້ອງ​ຖີ່​ນຕ່າງໆ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຄົ້ນ​ພົບ, ສ້າງ ​ແລະ ​ໂຄສະນາ, ​ເຜີຍ​ແຜ່, ທະວີ​ຄູນ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ​ໃນ​ການ​ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ ​ໂຮ່ຈີ​ມິນ.

 

ຕອບກັບ

ຂ່າວ/ບົດ​ອື່ນ