ໄຕມາດທີ 1, ຫວຽດນາມ ສົ່ງອອກເກີນດູນໄປຍັງ ອາເມລິກາ 4,5 ຕື້ USD
(ພາບປະກອບ)
(vovworld) - ຕາມຕົວເລກສະຖິຕິຂອງກົມໃຫຍ່ພາສີຫວຽດນາມ ໃຫ້ຮູ້ວ່າ ຍອດວົງເງິນສົ່ງອອກ, ນຳເຂົ້າສິນຄ້າລະຫວ່າງຫວຽດນາມ - ອາເມລິກາ ໃນໄຕມາດທີ 1 ປີ 2014, ບັນລຸ 7,76 ຕື້ USD, ເພີ່ມຂຶ້ນ 24,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013, ໃນນັ້ນ, ຫວຽດນາມ ສົ່ງອອກເກີນດູນໄປຍັງອາເມລິກາ ປະມານ 4,5 ຕື້ USD. ສິນຄ້າຂອງຫວຽດນາມ ສົ່ງໄປຍັງອາເມລິກາ ລ້ວນແຕ່ເຕີບໂຕ. ບັນດາປະເພດສິນຄ້າທີ່ມີມູນຄ່າສູງທີ່ສົ່ງອອກໄປຍັງຕະຫຼາດນີ້ລ້ວນແຕ່ແມ່ນສິນຄ້າຕົ້ນຕໍຂອງຫວຽດນາມ, ສິ່ງທີ່ໜ້າສົນໃຈນັ້ນແມ່ນໂທລະສັບ, ເຄື່ອງອາໄຫຼ່, ເພີ່ມຂຶ້ນ 6 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013.
ອາເມລິກາ ແມ່ນຄູ່ຄ້າໃຫຍ່ອັນດັບ 2 ຂອງຫວຽດນາມ, ຖັດຈາກຈີນ. ດຸນການຄ້າສິນຄ້າຂອງຫວຽດນາມ ໃນການແລກປ່ຽນຄ້າຂາຍກັບອາເມລິກາ ໃນຊຸມປີມໍ່ໆມານີ້ຍາມໃດກໍ່ຮັກສາຢູ່ໃນລະດັບສ່ວນເກີນ. ຮອດປີ 2013, ການສົ່ງອອກເກີນດູນຂອງຫວຽດນາມ ໄປຍັງອາເມລິກາ ບັນລຸຕົວເລກ 18,6 ຕື້ USD.