ໄທຈັບຕົວ22ຄົນກ່ຽວຂ້ອງເຖິງບັນດາເຫດການວາງລະເບີດຢູ່ພາກໃຕ້
ສະຖານທີ່ເກີດເຫດວາງລະເບີດຢູ່ແຂວງ ຢະລາ
(ພາບປະກອບ)
|
(vovworld) – ວັນທີ 3/6, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ໄທ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ປະເທດນີ້ໄດ້ຈັບຕົວ 22 ຄົນທີ່ຖືກສົງໄສມີສ່ວນກ່ຽວຂ້ອງເຖິງບັນດາເຫດການວາງລະເບີດຢູ່ແຂວງພາກໃຕ້ ຢະລາ ໃນກາງເດືອນ 5 ຜ່ານມາ. ຜູ້ບັນຊາການຫົວໜ່ວຍທະຫານພິເສດ 41 ຢູ່ແຂວງ ຢະລາ ໃຫ້ຮູ້ວ່າ: ບັນດາເປົ້າໝາຍດັ່ງກ່າວຖືກຈັບຕົວໃນວັນທີ 2/6, 3 ຄົນໃນຈຳນວນ 22 ຄົນດັ່ງກ່າວໄດ້ຍອມຮັບເຂົ້າຮ່ວມບັນດາເຫດການວາງລະເບີດໃນເວລາແຕ່ວັນທີ 14 – 16/5, ເຮັດໃຫ້ 18 ຄົນເສຍຊີວິດ ແລະ ຊັບສົມບັດຫຼາຍຢ່າງຖືກເປເພ. ຕຳຫຼວດພົບເຫັນວັດຖຸລະເບີດ 56 ຢ່າງ ໃນບໍລິເວນແຂວງ ຢະລາ ໃນຮອບເວລາ 3 ວັນຜ່ານມາ. ບັນດາພາລະກອນປ້ອງກັນຄວາມສະຫງົບໄດ້ຕິດຕາມຮ່ອງຮອຍຂອງຜູ້ຖືກສົງໄສໂດຍອີງໃສ່ Camera ຕິດຕາມກວດກາ ແລະ ຄຳເວົ້າຂອງບັນດາຕົວພະຍານຫຼັກຖານ. ອົງການປ້ອງກັນຄວາມສະຫງົບດັ່ງກ່າວຢັ້ງຢືນເລື່ອງສໍ້ຖາມຜູ້ຖືກສົງໄສຈະໄດ້ຮັບການດຳເນີນຢ່າງວ່ອງໄວ.