ໄທສະເໜີອັງກິດສົ່ງຕົວອະດີດນາຍົກລັດຖະມົນຕີຍິງຣັກ ຊິນນະວັດ

(VOVWORLD) -ວັນທີ 31 ກໍລະກົດ, ທ່ານນາຍົກລັດຖະມົນຕີໄທ ໃຫ້ຮູ້ວ່າ, ປະເທດນີ້ໄດ້ສະເໜີໃຫ້ອັງກິດ ສົ່ງຕົວທ່ານນາງອະດີດນາຍົກລັດຖະມົນຕີໄທ ຍິງຣັກ ຊິນນະວັດ

ໄທສະເໜີອັງກິດສົ່ງຕົວອະດີດນາຍົກລັດຖະມົນຕີຍິງຣັກ ຊິນນະວັດ - ảnh 1 ທ່ານນາງອະດີດນາຍົກລັດຖະມົນຕີໄທ ຍິງຣັກ ຊິນນະວັດ

(ພາບປະກອບ: AFP/TTXVN)

ຜູ້ຖືກປົດຕຳແໜ່ງໃນການລັດຖະປະຫານເມື່ອປີ 2014 ແລະ ຖືກຕັດສິນລົງໂທດໂດຍບໍ່ມີໜ້າໃຫ້ຈຳຄຸກ 5 ປີ ຍ້ອນຂາດຄວາມຮັບຜິດຊອບໃນເວລາບໍລິຫານປະເທດຊາດ. ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານນາຍົກລັດຖະມົນຕີໄທ ພຣະຢຸດ ຈັນໂອຈາ ໄດ້ຊີ້ແຈ້ງຄຳສະເໜີດັ່ງກ່າວແມ່ນລະບຽບການທີ່ຈຳເປັນລະຫວ່າງ 2 ປະເທດເຂົ້າຮ່ວມສັນຍາສົ່ງຕົວຜູ້ຮ້າຍ.

        ໃນເດືອນມັງກອນ 2018, ກະຊວງການຕ່າງປະເທດໄທ ຢັ້ງຢຶນວ່າ, ທ່ານນາງ ຍິງຣັກ ພວມຢູ່ອັງກິດ ພາຍຫຼັງບັນດາພາບຖ່າຍໄດ້ລົງໃນສື່ສັງຄົມອອນລາຍໄດ້ຊີ້ໃຫ້ເຫັນວ່າ, ທ່ານນາງ ຍິງຣັກ ພວມຢູ່ລອນດອນ.

ຕອບກັບ

ຂ່າວ/ບົດ​ອື່ນ