(VOVWORLD) -ວັນທີ 26 ທັນວາ, ປະເທດ ໄທ ໄດ້ຈັດພິທີອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວ - ຄື້ນຟອງຍັກ ເມື່ອປີ 2004 ຢູ່ສວນສາທາລະນະອາໄລຫາຢູ່ແຂວງພັງງາ
ເຫດຄື້ນຟອງຍັກເມື່ອປີ 2004
(ພາບ: Reuters)
|
ເຊິ່ງແມ່ນບ່ອຍທີ່ຖືກເສຍຫາຍຢ່າງໜັກໜ່ວງທີ່ສຸດຢູ່ໄທ ຍ້ອນໄພພິບັດທຳມະຊາດ ເຊິ່ງໄດ້ຮັບຖືວ່າແມ່ນຮ້າຍແຮງທີ່ສຸດໃນປະຫວັດສາດຂອງໂລກ. ທີ່ພິທີອາໄລຫາທ່ານຮອງລັດຖະມົນຕີກະຊວງພາຍໃນໄທ ໃຫ້ຮູ້ວ່າ, ລັດຖະບານໄທ ຢາກຍົກສູງມາດຕະການກ່ຽວກັບຄວາມປອດໄພ ກໍຄືສະຕິຄວາມຮັບຮູ້ໃນທຸກຂົງເຂດ ກ່ຽວກັບວຽກງານກະກຽມ ແລະ ປົກປ້ອງປະຊາຊົນຕໍ່ໜ້າບັນດາໄພພິບັດ. ທ່ານກໍ່ໃຫ້ຮູ້ວ່າ, ວັນທີ 26 ທັນວາ ໃນແຕ່ລະປີໄດ້ຄັດເລືອກເປັນວັນປ້ອງກັນຕ້ານໄພທຳມະຊາດແຫ່ງຊາດ.