ໄທເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ນະຄອນໃຫຍ່ສຸດທາງພາກໃຕ້

ໄທເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ນະຄອນໃຫຍ່ສຸດທາງພາກໃຕ້ - ảnh 1
ໄທ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ
​ຢ​ູ່​ນະ​ຄອນ​ໃຫຍ່​ສຸດ​ທາງ​ພາກ​ໃຕ້
(ພາບ: bangkokpost.com)


(vovworld) - ນັບ​ແຕ່​ຕອນ​ບ່າຍ​ວັນ​ທີ 23/04, ເຈົ້າ​ໜ້າ​ທີ່​ໄທ ໄດ້​ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ຄວາມ​ສະ​ຫງົບ​ຢູ່ນະ​ຄອນ ຫາດ​ໄຢ່ ​ຂຶ້ນ​ກັບແຂວງ ໂສ​ງ​ຄະ​ລາ, ເຊິ່ງ​ແມ່ນ​ຕ​ົວ​ເມືອງ​ໃຫຍ່ກວ່າ​ໝູ່​ທາງ​ພາກ​ໃຕ້​ຂອງ​ປະ​ເທດນີ້, ພາຍ​ຫຼັງ​ໄດ້​ຮັບ​ແຫຼ່ງ​ຂ່າວ​ສືບ​ລາ​ຊະ​ການ​ລັບ​ວ່າ ​ອາດ​ຈະ​ເກີດ​ບັນ​ດາ​ການ​ບຸກ​ໂຈມ​ຕ​ີ​ຂອງ​ບັນ​ດາ​ພາກ​ສ່ວນ​ລັດ​ອິດ​ສະ​ລາມແຍກ​ຕົວອອກ. ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ກວດ​ມ້າງ​ລະ​ເບີດ ໄດ້​ລະ​ດົມ​ການ​ລາດ​ຕາ​ເວັນ​ຕະ​ຫຼອດ 24/24 ຊົ່ວ​ໂມງ ໃນ​ທົ່​ວ​ນະ​ຄອນ. ບັນ​ດາ​ເຄື່ອງ​ຈັກ​ທຳ​ລາຍ​ລະ​ເບີດກໍ່​ໄດ້​ຕິດ​ຕັ້ງ​ຢູ່​ຫຼາຍ​ເຂດ. ບັນ​ດ​າ​ເຂດ​ທີ່​ສຸມ​ໃສ່​ຄວບ​ຄຸມ​ແມ່ນ​ບັນ​ດາ​ສູນ​ການ​ຄ້າ​ ແລະ ຄົມ​ມະ​ນາ​ຄົມ​ສາ​ທາ​ລະ​ນະ​ຢູ່ ​ຫາດ​ໂຢ່.

ຂ່າວ/ບົດ​ອື່ນ