ໜັງສືພິມ ຣຸມານີ ລົງພິມບົດຂຽນດ້ວຍພາສາຫວຽດ ຊ່ວຍຜູ້ອອກແຮງງານຫວຽດນາມ ປ້ອງກັນ, ຫຼີກລ້ຽງໂລກພະຍາດໂຄວິດ-19

(VOVWORLD) -ບົດຂຽນໄດ້ເຕື້ອງເຖິງສະພາບແຜ່ລະບາດຢູ່ ຣຸມານີ ໃນໄລຍະຜ່ານມາ, ວິທີປ້ອງກັນໂລກລະບາດ.
ໜັງສືພິມ ຣຸມານີ ລົງພິມບົດຂຽນດ້ວຍພາສາຫວຽດ ຊ່ວຍຜູ້ອອກແຮງງານຫວຽດນາມ ປ້ອງກັນ, ຫຼີກລ້ຽງໂລກພະຍາດໂຄວິດ-19 - ảnh 1 (ໜັງສືພິມ Libertatea.ro)

ຕໍ່ໜ້າສະພາບການໂລກພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນຢູ່ເອີລົບ, ໃນຂະນະທີ່ມີຜູ້ອອກແຮງານຊາວ ຫວຽດນາມ ນັບເປັນພັນໆຄົນທີ່ພວມເຮັດວຽກຢູ່ ຣຸມານີ ແລະ ສ່ວນຫຼາຍແມ່ນບໍ່ຮູ້ພາສາ ຣຸມານີ, ໜັງສືພິມ Libertatea.ro (ເສລີ) ຂອງ ຣຸມານີ ໄດ້ລົງບົດຂຽນດ້ວຍພາສາຫວຽດ ເພື່ອອັບເດດ ສະພາບການຂອງໂລກລະບາດ ແລະ ສະໜອງຂໍ້ມູນຂ່າວທີ່ຈຳເປັນໃຫ້ຜູ້ອອກແຮງງານຊາວ ຫວຽດນາມ ຢູ່ປະເທດເອີລົບກາງນີ້.

        ດ້ວຍຫົວຂໍ້ວ່າ “ເຮັດແນວໃດເພື່ອໃຫ້ຜູ້ອອກແຮງງານ ຫວຽດນາມ ປົກປ້ອງຕົນເອງຕໍ່ໜ້າໂລກພະຍາດໂຄວິດ-19”, ບົດຂຽນໄດ້ເຕື້ອງເຖິງສະພາບແຜ່ລະບາດຢູ່ ຣຸມານີ ໃນໄລຍະຜ່ານມາ, ວິທີປ້ອງກັນໂລກລະບາດ. ຄຽງຂ້າງນັ້ນ, ກໍ່ຍັງມີໂທລະສັບສາຍດ່ວນໜູນຊ່ວຍໃນກໍລະນີຈຳເປັນ. ບົດຂຽນກໍ່ໃສ່ໃຈວ່າ ບັນດາຜູ້ຕິດໂລກລະບາດຈະໄດ້ຮັບການປິ່ນປົວໂດຍບໍ່ເສຍຄ່າ ເຖິງວ່າມີບັດປະກັນສຸຂະພາບຫຼືບໍ່ກໍ່ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ