ໜັງສືພິມ ສປປ.ເກົາຫຼີ ຕຳໜິຕິຕຽນນະໂຍບາຍ “ 2 ໜ້າ” ຂອງ ອາເມລິກາ

(VOVWORLD) - ວັນທີ 26 ສິງຫາ, ໜັງສືພິມ Rodong Sinmun, ອົງການກະບອກສຽງຂອງພັກແຮງງານ ສປປ.ເກົາຫຼີ ໄດ້ມີບົດຂຽນກ່າວຫາ

ອາເມລິກາ “2 ໜ້າ” ແລະ ມີກົນອຸບາຍຕ້ານ ພຽງຢາງ ພາຍຫລັງ ວໍຊິງຕັນ ຍົກເລີກການຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໃນອາທິດໜ້າຢ່າງກະທັນຫັນ. ບົດຂຽນໄດ້ຕຳໜິຕິຕຽນບັນດາການກະທຳຂອງ ອາເມລິກາ ແລະ ສະແດງໃຫ້ເຫັນ ປະເທດນີ້ ພວມມີກົນອຸບາຍກໍ່ໃຫ້ເກີດສົງຄາມຕ້ານ ສປປ.ເກົາຫຼີ. ນອກນັ້ນ, ບົດຂຽນຍັງຄັດສະເໜີແຫຼ່ງຂ່າວຈາກສຳນັກຂ່າວສານ ສ.ເກົາຫຼີ ທີ່ໃຫ້ຮູ້ວ່າ: ກອງກຳລັງພິເສດຂອງ ອາເມລິກາ ທີ່ຕັ້ງທັບຢູ່ ຍີ່ປຸ່ນ ພວມດຳເນີນການຊ້ອມຮົບທາງອາກາດ ແນໃສ່ “ແຊກຊຶມເຂົ້າພຽງຢາງ”. ບົດຊຽນ ເນັ້ນໜັກວ່າ ສປປ.ເກົາຫຼີ ບໍ່ສາມາດຍອມຮັບຕໍ່ຄວາມເປັນ “ 2 ໜ້າ” ຂອງ ອາເມລິກາ ທັງຊ້ອນຮົບປິດລັບ ທັງດຳເນີນການເຈລະຈາດ້ວຍຄວາມຊົມຊື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ