180 ວິສາຫະກິດເຂົ້າຮ່ວມງານຕະຫຼາດນັດກະສິກຳສາກົນ - AgroViet 2018

(VOVWORLD) - ແຫຼ່ງຂ່າວດັ່ງກ່າວໄດ້ຍົກອອກມາໃນການປະຊຸມຂ່າວດຳເນີນໃນຕອນເຊົ້າຢູ່ຮ່າໂນ້ຍ ໂດຍ ກະຊວງກະສິກຳ ແລະ ພັດທະນາຊົນນະບົດຈັດຕັ້ງ.
180 ວິສາຫະກິດເຂົ້າຮ່ວມງານຕະຫຼາດນັດກະສິກຳສາກົນ - AgroViet 2018 - ảnh 1ການປະຊຸມຂ່າວກ່ຽວກັບ AgroViet 2018

ແຕ່ວັນທີ 28 ມິຖຸນາ ຫາວັນທີ 1 ກໍລະກົດ ຈະມາເຖິງ, ຢູ່ນະຄອນ ດ່ານັ້ງ ຈະຈັດຕັ້ງງານຕະຫຼາດນັດວາງສະແດງກະສິກຳສາກົນຄັ້ງທີ 18 -  AgroViet 2018 ດ້ວຍການເຂົ້າຮ່ວມຂອງ 180 ຮ້ານວາງສະແດງຂອງວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ. ແຫຼ່ງຂ່າວດັ່ງກ່າວໄດ້ຍົກອອກມາໃນການປະຊຸມຂ່າວດຳເນີນໃນຕອນເຊົ້າຢູ່ຮ່າໂນ້ຍ ໂດຍ ກະຊວງກະສິກຳ ແລະ ພັດທະນາຊົນນະບົດຈັດຕັ້ງ.

        ດ້ວຍຫົວຂໍ້ວ່າ “ຜະລິດຕະພັນກະສິກຳເຕັກໂນໂລຊີສູງ - ມຸ່ງໄປເຖິງພື້ນຖານກະສິກຳພັດທະນາແບບຍືນຍົງ”, AgroViet 2018 ມຸ່ງໄປເຖິງການເປີດກ້ວາງການຮ່ວມມືສາກົນ, ເປັນຂົວເຊື່ອມຕໍ່ລະຫວ່າງວິສາຫະກິດ ແລະ ຜູ້ໃຊ້ສອຍ ແລະ ຍັງແມ່ນໂອກາດເພື່ອຂຸດຄົ້ນເປີດກ້ວາງຕະຫຼາດພາຍໃນປະເທດ. ທ່ານ ດ່າວວັນໂຮ່, ຜູ້ອຳນວຍການສູນສົ່ງເສີມການຄ້າ ກະສິກຳ ຫວຽດນາມ ໃຫ້ຮູ້ວ່າ:

        “ແຕ່ຕົ້ນປີມາຮອດປະຈຸບັນ, ກະຊວງກະສິກຳ ໄດ້ຮຽກຮ້ອງໃຫ້ບັນດາຫົວໜ່ວຍກຳແໜ້ນຄວາມຕ້ອງການເພື່ອໜູນຊ່ວຍວິສາຫະກິດເປີດບັນດາໂຮງຈັກ, ຮາກຖານປຸງແຕ່ງ, ຮັກສາພາຍຫຼັງການເກັບກຽວ. ວິວັດການເຊື່ອມໂຍງນັບມື້ນັບເລິກເຊິ່ງກ້ວາງຂວາງ, ເລື່ອງພັດທະນາຮູບແບບຂອງຜະລິດຕະພັນຫຸ້ມຫໍ່ແມ່ນສຳຄັນທີ່ສຸດ. ຈະມີຫຼາຍຫົວໜ່ວຍເຂົ້າຮ່ວມເພື່ອແນະນຳບັນດາຜະລິດຕະພັນອຸດສາຫະກຳ, ເຄື່ອງຈັກ, ອຸປະກອນ. ຢາກເພີ່ມທະວີມູນຄ່າຕ້ອງໝູນໃຊ້ເຕັກໂນໂລຊີ, ຜ່ານນັ້ນ, ຍົກສູງມູນຄ່າຜະລິດຕະພັນກະເສດຮັບໃຊ້ການສົ່ງອອກ ແລະ ການແກ່ງແຍ້ງກັບຜະລິດຕະພັນຂອງບັນດາປະເທດໃນພາກພື້ນ ແລະ ໂລກ.”

ຕອບກັບ

ຂ່າວ/ບົດ​ອື່ນ