6 ຄາດໝາຍຂອງກອງປະຊຸມຂັ້ນສູງຄັ້ງທຳອິດຂອງສະຫະປະຊາຊາດກ່ຽວກັບການຕ້ານການກໍ່ການຮ້າຍ

(VOVWORLD) -ວັນທີ 28 ມິຖຸນາ, ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງກ່ຽວກັບການຕ້ານການກໍ່ການຮ້າຍຂອງສະຫະປະຊາຊາດ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ກ່າວເຕືອນລັດທິກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງ ພວມກໍ່ຄວາມເສຍຫາຍຕໍ່ສັນຕິພາບ ແລະ ຄວາມໝັ້ງຄົງສາກົນ

ກໍ່ຄວາມແບ່ງແຍກບັນດາປະຊາຄົມ, ເຮັດໃຫ້ບັນດາການປະທະກັນ ແລະ ກໍ່ຄວາມຂາດສະຖຽນລະພາບຢູ່ທຸກພາກພື້ນຢ່າງຮຸນແຮງ.  ທ່ານ Antonio Guterres ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບທ່າອ່ຽງລັດທິກໍ່ການຮ້າຍທາງເຄືອຂ່າຍອີນເຕີແນັດເພີ່ມຂຶ້ນ …

      ຕໍ່ໜ້າບັນດາສິ່ງທ້າທາຍດັ່ງກ່າວ, ທ່ານເລຂາທິການໃຫຍ່ ຊີ້ແຈ້ງ 6 ຄາດໝາຍໃຫ້ກອງປະຊຸມຂັ້ນສູງຂອງສະຫະປະຊາຊາດ ເປັນຄັ້ງທຳອິດທີ່ໄດ້ເຕົ້າໂຮມຜູ້ນຳໜ້າຂອງບັນດາອົງການຕ້ານການກໍ່ການຮ້າຍໃນທົ່ວໂລກ. ທີ 1 ແມ່ນ, ທ່ານຮຽກຮ້ອງປັບປຸງການເຄື່ອນໄຫວຕ້ານການກໍ່ການຮ້າຍສາກົນ. ທີ 2, ທ່ານຫວັງວ່າ ພາຍຫຼັງກອງປະຊຸມຄັ້ງນີ້, ບັນດາປະເທດຈະເອົາໃຈໃສ່ເຖິງການສະກັດກັ້ນການກໍ່ການຮ້າຍກວ່າອີກ. ທີ 3 ແມ່ນຄວາມສຳຄັນຂອງເລື່ອງຕ້ອງເຄົາລົບສິດຂອງມະນຸດຢ່າງຄົບຖ້ວນ ເມື່ອແກ້ໄຂບັນຫາກໍ່ການຮ້າຍ. ທີ 4 ແມ່ນຕ້ອງມີການລົງທຶນຍຸດທະສາດໃຫ້ຊາວໜຸ່ມເພື່ອຕ້ານການກໍ່ການຮ້າຍ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງ. ທີ 5 ແມ່ນຍົກອອກບັນດາຄວາມເສຍຫາຍຍ້ອນລັດທິກໍ່ການຮ້າຍກໍ່ຂຶ້ນ ສຳລັບມະນຸດ. ທີ 6 ແມ່ນກອງປະຊຸມຈະປັບປຸງບົດບາດຂອງສະຫະປະຊາຊາດ ໃນການໜູນຊ່ວຍບັນດາປະເທດຕໍ່ສູ້ກັບລັດທິກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ