(vovworld) – ວັນທີ 4/4, ມີມືປືນກຸ່ມໜຶ່ງທີ່ຖືກລະແວງສົງໄສແມ່ນຂຶ້ນກັບອົງການກໍ່ການຮ້າຍສາກົນ Al – Qaeda ໄດ້ບຸກໂຈມຕີໃສ່ປ້ອມປ້ອງກັນຂອງກອງທັບ Yemen ຢູ່ແຂວງ Hadramawt, ທາງທິດຕາເວັນອອກສ່ຽງໃຕ້ຂອງ Yemen, ອັນໄດ້ເຮັດໃຫ້ 12 ຄົນເສຍຊີວິດ ແລະ ຢ່າງໜ້ອຍສຸດມີ 11 ຄົນຖືກຮັບບາດເຈັບ. ແຫຼ່ງຂ່າວຈາກກອງທັບ Yemen ໃຫ້ຮູ້ວ່າ: ບັນດາມຶປືນໄດ້ບຸກເຂົ້າປ້ອມປ້ອງກັນດັ່ງກ່າວດ້ວຍພາຫະນະຫຼາຍຢ່າງ ແລະ ຍິງປືນເຂັ່ນຂ້າທະຫານ 8 ຄົນ, ແລະ ເຮັດໃຫ້ອີກ 11 ຄົນຖືກຮັບບາດເຈັບ. ຕາມເຈົ້າໜ້າທີ່ທ້ອງຖີ່ນແລ້ວ, ທະຫານທີ່ຂຶ້ນກັບກຳລັງເພີ່ມທະວີຂອງກອງທັບ Yemen ໄດ້ສົ່ງມາແຫ່ງນີ້ກໍ່ຖືກຮັບບາດເຈັບ, ແຕ່ວ່າຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບສຸດທ້າຍບໍ່ທັນໄດ້ກຳນົດເທື່ອ. ໃນການປະທະກັນດັ່ງກ່າວ, ມີພວກ Al – Qaeda 4 ຄົນຖືກດັບສູນ ແລະ ອີກຫຼາຍຄົນຮັບບາດເຈັບ.
ນີ້ແມ່ນການບຸກໂຈມຕີທີ່ມີຂອບຂະໜາດໃຫຍ່ຄັ້ງທີ 2 ໂດຍ Al – Qaeda ຢູ່ແຫຼມ ອາຣັບ ປະຕິບັດເພື່ອແນໃສ່ໂຈມຕີກອງທັບ Yemen ໃນ 3 ວັນຜ່ານມາ.