(vovworld) - El Savador ຖືການເພີ່ມທະວີ, ພັດທະນາ ແລະ ເປີດກວ້າງການພົວພັນຮ່ວມມືຫຼາຍດ້ານກັບຫວຽດນາມ ເປັນສຳຄັນ. ນີ້ແມ່ນຄຳຢືນຢັນຂອງທ່ານປະທານາທິບໍດີ El Savador, Mauricio Funes Caragena ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ ເລແທງຕຸ່ງ ເຂົ້າຍື່ນສານຕາຕັ້ງ, ໃນວັນທີ 11/01. ຕາມທ່ານປະທານາທິບໍດີ Mauricio Funes Caragena ແລ້ວ, El Savador ຢາກຮ່ວມມືກັບຫວຽດນາມ ໃນຂົງເຂດເສດຖະກິດ, ການຄ້າ, ວິທະຍາສາດ, ເຕັກໂນໂລຊີ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. El Savador ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ເຂົ້າມາລົງທຶນຢູ່ປະເທດອາຟະລິກາກາງ ນີ້. ທ່ານປະທານນາທິບໍດີ El Savador ກໍສະແດງຄວາມຫວັງວ່າ ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນໄລຍະຈະມາເຖິງໂດຍໄວ, ພ້ອມທັງຢືນຢັນວ່າ ຍາມໃດລັດຖະບານ ແລະ ປະຊາຊົນ El Savador ເຄົາລົບມູນເຊື້ອປະຫວັດສາດທີ່ອົງອາດກ້າແກ່ນຂອງຫວຽດນາມ ແລະ ໝາກຜົນແຫ່ງການປ່ຽນໃໝ່ເຊິ່ງປະຊາຊົນຫວຽດນາມ ບັນລຸໄດ້ໃນຕະຫຼອດ 30 ປີຜ່ານມາ.