FED ຂຶ້ນອັດຕາດອກເບ້ຍຄັ້ງທີສາມໃນປີ

(VOVWORLD) - ນີ້ເປັນຄັ້ງທີ 8 ທີ່ FED ໄດ້ເພີ່ມອັດຕາດອກເບ້ຍຂຶ້ນນັບແຕ່ປີ 2015, ພາຍຫຼັງທີ່ຮັກສາອັດຕານີ້ຢູ່ໃນລະດັບຕ່ຳບັນລຸສະຖິຕິໃນເວລາ 7 ປີ (ນັບແຕ່ປີ 2008)
FED ຂຶ້ນອັດຕາດອກເບ້ຍຄັ້ງທີສາມໃນປີ - ảnh 1 ທ່ານ Jerome Powell, ປະທານ FED

ວັນທີ 26 ກັນຍາ, ທະນາຄານສະສົມສະຫະລັດ ອາເມລິກາ (FED) ໄດ້ຂຶ້ນອັດຕາດອກເບ້ຍຄັ້ງທີ 3 ໃນປີນີ້. ແຕ່ເຖິງຢ່າງໃດກໍ່ຕາມ, FED ບໍ່ສະແດງອອກບໍ່ວ່າສັນຍານໃດໆທີ່ສະແດງໃຫ້ເຫັນວ່າເຂົາເຈົ້າຈະມີການກະທຳຢ່າງແຮງກ່ວາໃນບັນດາຄວາມມານະພະຍາຍາມສະກັດກັ້ນໄພເງິນເຟີ້. ລະອຽດຄື, FED ໄດ້ຂຶ້ນອັດຕາດອກເບ້ຍໃຫ້ກູ້ຢືມຕື່ມອີກ 0,25%, ເພີ່ມຂຶ້ນເປັນ 2,0 – 2,5%.

        ນີ້ເປັນຄັ້ງທີ 8 ທີ່ FED ໄດ້ເພີ່ມອັດຕາດອກເບ້ຍຂຶ້ນນັບແຕ່ປີ 2015, ພາຍຫຼັງທີ່ຮັກສາອັດຕານີ້ຢູ່ໃນລະດັບຕ່ຳບັນລຸສະຖິຕິໃນເວລາ 7 ປີ (ນັບແຕ່ປີ 2008), ເຊິ່ງເປັນຈຸດເວລາເກີດວິກິດການການເງິນທົ່ວໂລກ. ວົງການນັກຊ່ຽວຊານໄດ້ໃຫ້ຂໍ້ສັງເກດວ່າ, ການພົວພັນດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ມີຄວາມເຄັ່ງຕຶງປີນຂັ້ນໄດຢ່າງບໍ່ຢຸດຢັ້ງ ເມື່ອສອງຝ່າຍສືບຕໍ່ຈັດວາງອັດຕາພາສີໂຕ້ຕອບເຊິ່ງກັນ ແລະ ກັນ, ນັ້ນແມ່ນປັດໄຈສົ່ງຜົນກະທົບເຖິງວິວັດການວາງແຜນນະໂຍບາຍຂອງຄະນະການນຳ FED.

ຕອບກັບ

ຂ່າວ/ບົດ​ອື່ນ