Vietstampex2015-ງານວາງສະແດງສະແຕມໄປສະນີໃຫຍ່ກວ່າມໝູ່ຢູ່ຫວຽດນາມ
Vietstampex 2015 - ງານວາງສະແດງສະແຕມໄປສະນີ
ໃຫຍ່ກວ່າມໝູ່ຢູ່ຫວຽດນາມ
(ພາບ: infonet)
(vovworld) - ງານວາງສະແດງສະແຕມໄປສະນີແຫ່ງຊາດ 2015 (Vietstampex 2015) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 11/12, ຢູ່ຫໍວັດທະນະທຳແຮງງານມິດຕະພາບຫວຽດ-ໂຊ, ຮ່າໂນ້ຍ. ນີ້ແມ່ນໜຶ່ງໃນບັນດາເຫດການຂ່ຳນັບຮັບຕ້ອນປະຊາຄົມອາຊຽນ ພ້ອມກັບບັນດາວັນບຸນໃຫຍ່ຂອງປະເທດຊາດ ໃນປີ 2015 ແລະ ມຸ່ງໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 12 ຂອງພັກ.
ງານວາງສະແດງ Vietstampex 2015 ມີສະແຕມ 138 ຊຸດ, ແລະ ດຳເນີນໃນລະຫວ່າງວັນທີ 11 – 13/12, ດ້ວຍ 3 ຫົວຂໍ້: ວັນຂ່ຳນັບຮັບຕ້ອນປະຊາຄົມອາຊຽນ; ວັນບຸນສະແຕມຫວຽດນາມ; ວັນພົບປະຂອງບັນດາຜູ້ສະສົມສະແຕມ. ເມື່ອມາຢ້ຽມຊົມ Vietstampex 2015, ບັນດາແຂກຈະໄດ້ຮັບຊົມສະແຕມນັບຮ້ອຍໆຊຸດ, ສະແຕມໄປສະນີທີ່ເປັນເອກະລັກສະເພາະກ່ຽວກັບບັນດາຈຸດວັດທະນະທຳດີເດັ່ນ: ວິວັດປະຫວັດສາດແຫ່ງການປະຕິວັດຫວຽດນາມ; ປະທານໂຮ່ຈິມິນ; ຫວຽດນາມ ກັບອາຊຽນ…ນັບພັນຢ່າງ ໃນຂອບເຂດງານວາງສະແດງຍັງໄດ້ຈັດບັນດາກອງປະຊຸມສຳມະນາສະເພາະກ່ຽວກັບສະແຕມໄປສະນີ ແລະ ຜູ້ທີ່ສະສົມສະແຕມ. ກ່າວຄຳເຫັນທີ່ພິທີໄຂງານວາງສະແດງ, ທ່ານລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນບັ໋ກຊອນ ເນັ້ນໜັກວ່າ.
“ງານວາງສະແດງແມ່ນໜຶ່ງໃນບັນດາງານວາງສະແດງສະແຕມໄປສະນີແຫ່ງຊາດໃຫຍ່ກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ ເຊິ່ງໄດ້ຈັດຕັ້ງຢູ່ຫວຽດນາມ. ບັນດາຊຸດສະແຕມທີ່ໄດ້ວາງສະແດງໃນຄັ້ງນີ້ ຕົ້ນຕໍແມ່ນສະແຕມໄປສະນີຫວຽດນາມ, ໃນນັ້ນມີບັນດາຊຸດສະແຕມມີຫົວຂໍ້ກ່ຽວກັບພັກກອມມູນິດຫວຽດນາມ, ປະທານໂຮ່ຈິມິນ ກວນຈຳນວນສ່ວນຫຼາຍ. ງານວາງສະແດງຄັ້ງນີ້ແມ່ນຫໍພິພິຕະພັນທີ່ມີຊີວິດຊີວາ, ມີຄວາມໝາຍ, ມີຂໍ້ມູນຫຼາຍຢ່າງແນະນຳໃຫ້ຜູ້ຊົມກ່ຽວກັບປະເທດຊາດ, ມະນຸດ, ພື້ນຖານວັດທະນຳທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດຫວຽດນາມ”.