Viettel ໄດ້ສ້າງແບບຢ່າງເຕີບໂຕໃໝ່ໃຫ້ແກ່ຫວຽດນາມ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຈັບມືບັນດາພະນັກງານຂອງ Viettel |
(vovworld)- ຕອນເຊົ້າວັນທີ 17/12, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 10 ປີແຫ່ງວັນລົງທຶນອອກສູ່ຕ່າງປະເທດຂອງກຸ່ມບໍລິສັດໂທລະຄົມ Viettel. ນີ້ແມ່ນເຫດການສຳຄັນ ເປັນຂີດໝາຍການເຕີບໃຫຍ່ຂອງ ກຸ່ມບໍລິສັດ Viettel ເວົ້າສະເພາະ ແລະ ບັນດາວິສາຫະກິດຫວຽດນາມເວົ້າລວມ ໃນການນຳເຄື່ອງໝາຍການຄ້າຂອງຫວຽດນາມອອກສູ່ແຂ່ງຂັນຢູ່ຕະຫຼາດສາກົນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ ໃນໄລຍະເຊື່ອມໂຍງເຂົ້າກັບສາກົນ, ກຸ່ມບໍລິສັດ Viettel ຄວນສືບຕໍ່ມີຫົວຄິດປະດິດສ້າງ ແລະ ບາດກ້າວພັດທະນາໃໝ່, ມຸ່ງໄປສູ່ການຮັບໃຊ້ວົງຄະນະຍາດ, ສັງຄົມ, ແກ້ໄຂບັນຫາມະນຸດ ແລະ ການພັດທະນາແບບຍືນຍົງ.