ພາບປະກອບ:internet
|
(vovworld) - ຫ້ອງວ່າການລັດຖະບານຫວຽດນາມ ຫາກໍ່ປະກາດບົດສະຫລຸບຂອງທ່ານນາຍົກລັດຖະມົນຕີ Nguyen Tan Dung ກ່ຽວກັບສະພາບການການເງິນ ແລະ ແຜນຮ່າງສ້າງໂຄງປະກອບບໍລິສັດໃຫຍ່ການເດີນທະເລ ຫວຽດນາມ (Vinalines) ຄືນໃຫມ່. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ: ເລື່ອງສືບຕໍ່ປັບປຸງ ແລະ ພັດທະນາ Vinalines ໃນໄລຍະປະຈຸບັນແມ່ນຈຳເປັນທີ່ສຸດ, ປະກອບສ່ວນປະຕິບັດຍຸດທະສາດທະເລ ຫວຽດນາມຮອດປີ 2020 ຢ່າງມີໄຊ. ທ່ານນາຍົກລັດຖະມົນຕີ ສະເຫນີໃຫ້ Vinalines ຮັບເອົາຄຳເຫັນເພື່ອສ້າງແຜນຮ່າງສ້າງໂຄງປະກອບ Vinalines ຄືນໃຫມ່, ລາຍງານຕໍ່ກະຊວງຄົມມະນາຄົມຂົນສົ່ງກວດກາ, ຍື່ນສະເຫນີຕໍ່ທ່ານນາຍົກລັດຖະມົນຕີ ພ້ອມກັນນັ້ນ ທ່ານນາຍົກລັດຖະມົນຕີມອບໃຫ້ກະຊວງການເງິນຕີລາຄາຢ່າງຄົບຖ້ວນ, ຊັດເຈນສະພາບການເງິນຂອງບໍລິສັດໃຫຍ່ດັ່ງກ່າວເພື່ອໄຈ້ແຍກສາຍເຫດຢ່າງຈະແຈ້ງເພື່ອລາຍງານຕໍ່ຂັ້ນເທິງ.