ທ່ານຮອງຜູ້ອຳນວຍການໃຫຍ່ ຫວູຫາຍ
ເຮັດວຽກກັບວິທະຍຸກະຈາຍສຽງສາກົນຈີນ
(ພາບ: radiovietnam.vn)
(vovworld) - ໃນລະຫວ່າງວັນທີ 02 – 08/04/2013, ຄະນະປະຕິບັດງານວິທະຍຸກະຈາຍສຽງຫວຽດນາມ (VOV) ໂດຍທ່ານຮອງຜູ້ອຳນວຍການໃຫຍ່ ຫວູຫາຍ ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບວິທະຍຸກະຈາຍສຽງສາກົນຈີນ (CRI) ແລະ ວິທະຍຸກະຈາຍສຽງແຫ່ງຊາດ ບູນກາຣີ (BNR). ການຢ້ຽມຢາມຄັ້ງນີ້ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືທີ່ມີມາແຕ່ດົນນານ ແລະ ມີປະສິດທິຜົນລະຫວ່າງ VOV ກັບ ວິທະຍຸກະຈາຍສຽງຂອງຈີນ ແລະ ບູນກາຣີ. ຢູ່ປະເທດຈີນ, 2 ຝ່າຍໄດ້ເຫັນດີເພີ່ມທະວີການແລກປ່ຽນບັນດາຄະນະການນຳ, ນັກຂ່າວ ກໍຄືແລກປ່ຽນບັນດາລາຍການກະຈາຍສຽງ, ເພງພື້ນເມືອງຂອງ 2 ປະເທດ.
(ທ່ານຮອງຜູ້ອຳນວຍການໃຫຍ່ ຫວູຫາຍ
ເຮັດວຽກກັບວິທະຍຸກະຈາຍສຽງແຫ່ງຊາດ ບູນກາຣີ (BNR)
ທີ່ບູນກາຣີ, ການນຳ 2 ວິທະຍຸໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະນັກຂ່າວ, ການນຳ, ນັກສີລະປິນ ແລະ ຜູ້ຊ່າວຊານໃນຂົງເຂດກະຈາຍສຽງ ເພື່ອແນໃສ່ເພີ່ມທະວີຄວາມຮູ້ກ່ຽວກັບປະເທດຊາດ, ມະນຸດ ແລະ ວັດທະນະທຳ, ພ້ອມທັງແບ່ງປັນບົດຮຽນ ເພື່ອແນໃສ່ຍົກສູງຄຸນນະພາບບັນດາລາຍການຈະຈາຍສຽງຂອງແຕ່ລະປະເທດ. VOV ແລະ BNR ຈະຮ່ວມມືຈັດຕັ້ງບັນດາການເຄື່ອນໄຫວສິລະປະ, ການພົບປະແລກປ່ຽນວັດທະນະທຳ ເນື່ອງໃນໂອກາດຈັດຕັ້ງເຫດການຕ່າງໆທີ່ສຳຄັນຂອງ 2 ປະເທດ.