Yemen ສະບານຕົວຮັບຕຳແໜ່ງ

Yemen ສະບານຕົວຮັບຕຳແໜ່ງ - ảnh 1
( ພາບ: http://www.baomoi.com )
ວັນ​ທີ 10 ທັນວາ, ລັດຖະບານ​ສາມັກຄີ​ຂອງ Yemen​ ໄດ້ຈັດການ​ສະບາ​ນຕົວ​ຮັບ​ຕຳ​ແໜ່​ງ​ເປີດ​ຊ່ອງທາງ​ໃຫ້​ແກ່​ວິວັດ​ການ​ມອບ​ໂອນ​ສິດ​ນຳ​ນາດ ທີ່ແກ່ຍາວ​ໃນ​ເວລາ 3 ​ເດືອນ​ຈົນ​ຮອດ​​ເວລາຈັດ​ຕັ້ງ​ການ​ເລືອ​ຕັ້ງ​ໃໝ່. ຄະນະ​ລັດຖະບານ​ໃໝ່​ລວມມີ 34 ສະມາຊິກ​ ນຳ​ໜ້າ​ແມ່ນ​ນາຍົກໆ Mohammed Basindawa. ​ເຄິ່ງໜື່ງ​ໃນ​ຈຳນວນ​ສະມາຊິກ​ນີ້​ແມ່ນ​ຂື້ນກັບ​​ກຸມ​ຝ່າຍ​ຄ້ານ​ເວທີ​ປາ​ໄສ​ລວມ ​ແລະ ສ່ວນ​ຍັງ​ເຫຼືອ​ແມ່ນ​ບັນດາ​ເຈົ້າ​ໜ້າ​ທີ່​ຈົ່​ງຮັກ​ພັກດີ​ກັບ​ທ່ານ​ປະທານາທິບໍດີ Ali Abdullah Saleh. ​ໃນ​ວັນ​ທີ 10 ທັນວາ, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki moon ​ໄດ້​ອອກສຽງ​ຊົມ​ເຊີຍ​ການ​ກະທຳ​ດັ່ງ​ກ່າວ ​ແລະ ຖື​ວ່າ​ນີ້​ແມ່ນ​ຂີດ​ໝາຍ​ສຳ​ຄັນ​ໃນ​ວິວັດ​ການ​ມອບ​​ໂອນສິດ​ອຳນາດ​ຢູ່​ປະ​ເທດ​ນີ້.
ຂ່າວ/ບົດ​ອື່ນ