ຢັ້ງ​ຢືນ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ປະ​ຊາ​ຄົມ​ໃຊ້​ພາ​ສາ ຝະ​ລັ່ງ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ສ.ຝະ​ລັ່ງ

(VOVWORLD) - ວັນທີ 4 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປ ຝະລັ່ງ ເຂົ້າຮ່ວມກອງປະຊຸມສຸດຍອດ Francophonie  ຄັ້ງທີ 19 ແລະ ຢ້ຽມຢາມ ສ.ຝະລັ່ງ ຢ່າງເປັນທາງການ. ການຢ້ຽມຢາມເພື່ອແນໃສ່ສືບຕໍ່ຢັ້ງຢືນບົດບາດຂອງ ຫວຽດນາມ ແມ່ນສະມາຊິກຫຼັກແຫຼ່ງຊອງປະຊາຄົມໃຊ້ພາສາ ຝະລັ່ງ ຢູ່ພາກພື້ນ ອາຊີ-ປາຊີຟິກ, ພ້ອມທັງນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ຝະລັ່ງ ເຂົ້າສູ່ລວງເລິກ, ແທດຈິງ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດໃນໄລຍະທີ່ຈະມາເຖິງ.
ຢັ້ງ​ຢືນ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ປະ​ຊາ​ຄົມ​ໃຊ້​ພາ​ສາ ຝະ​ລັ່ງ  ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ສ.ຝະ​ລັ່ງ - ảnh 1

ພິທີຕ້ອນຮັບທ່ານ ໂຕເລິມ ຢູ່ສະໜາມບິນ Orly ທີ່ນະຄອນຫຼວງ ປາຣີ (ພາບ: TTXVN)

    ນີ້ແມ່ນຄັ້ງທຳອິດທີ່ການນຳສູງສຸດຂອງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ Francophonie  ແລະ ກໍ່ແມ່ນການຢ້ຽມຢາມ ຝະລັ່ງ ຄັ້ງທຳອິດຂອງປະທານປະເທດ ຫວຽດນາມ ພາຍຫຼັງ 22 ປີ.

ຂົວຕໍ່ຊຸກຍູ້ການພົວພັນລະຫວ່າງປະຊາຄົມໃຊ້ພາສາ ຝະລັ່ງ ແລະ ພາກພື້ນ

  ໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ປະຊາຄົມໃຊ້ພາສາ ຝະລັ່ງ ໄດ້ພັດທະນາຢ່າງດີງາມ. ຍາມໃດ ຫວຽດນາມ ກໍ່ແມ່ນສະມາຊິກທີ່ຕັ້ງໜ້າຂອງປະຊາຄົມໃຊ້ພາສາ ຝະລັ່ງ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ, ແທດຈິງໃນທຸກບັນຫາບຸລິມະສິດຂອງປະຊາຄົມໃຊ້ພາສາ ຝະລັ່ງ, ຈາກການສ້າງຍຸດທະສາດຮ່ວມມືເສດຖະກິດ-ການຄ້າ-ການລົງທຶນ, ວັດທະນະທຳ ຕະຫຼອດຮອດການຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ.

ຢັ້ງ​ຢືນ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ປະ​ຊາ​ຄົມ​ໃຊ້​ພາ​ສາ ຝະ​ລັ່ງ  ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ສ.ຝະ​ລັ່ງ - ảnh 2

ທ່ານ ດິງຕວນທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝະລັ່ງ (ພາບ: VOV)

   ພິເສດ, ການສອນພາສາ ຝະລັ່ງ ໄດ້ພັດທະນາຢ່າງມີປະສິດທິຜົນ ແລະ ແຜ່ຂະຫຍາຍອອກຢ່າງແຮງຢູ່ ຫວຽດນາມ. ຍາມໃດ, ປະຊາຄົມໃຊ້ພາສາ ຝະລັ່ງ ກໍ່ຖືບົດບາດຂອງ ຫວຽດນາມ ເປັນສຳຄັນ ແລະ ເອົາ ຫວຽດນາມ ແມ່ນໃຈກາງໃນບັນດາການເຄື່ອນໄຫວຮ່ວມມືຂອງປະຊາຄົມໃຊ້ພາສາ ຝະລັ່ງ ຢູ່ພາກພື້ນ ອາຊີ-ປາຊີຟິກ. ທ່ານນາງ Vanissa Barrak, ອະດີດຜູ້ອຳນວຍການຫ້ອງການພາສາ ຝະລັ່ງ ປະຈຳພາກພື້ນ ອາຊີ-ປາຊີຟິກ ເຄີຍຢັ້ງຢືນວ່າ:

  ຢູ່ ຫວຽດນາມ, ພາສາ ຝະລັ່ງ ໄດ້ພັດທະນາ ແລະ ໝູນໃຊ້ດີພໍສົມຄວນ. ອົງການໃຊ້ພາສາ ຝະລັ່ງ ສາກົນ ໄດ້ເອົາໃຈໃສ່ຕໍ່ພາກພື້ນ ອາຊີ-ປາຊີຟິກ, ດ້ວຍບັນດາການບຸລິມະສິດ, ໃນນັ້ນ ມີການບຸລິມະສິດພັດທະນາພາສາ ຝະລັ່ງ ດ້ວຍເປົ້າໝານອັນຍາວນານ ແມ່ນໂດຍຜ່ານພາສາ ຝະລັ່ງ, ນອກຈາກການເປີດກ້ວາງການຮ່ວມມື, ແລກປ່ຽນດ້ານວັດທະນະທຳ, ການສຶກສາແລ້ວ, ຍັງຈະຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ບັນດາຂົງເຂດອື່ນກັບ ຫວຽດນາມ ກໍ່ຄືພາກພື້ນນີ້ອີກດ້ວຍ.

  ໃນສະພາບການນັ້ນ, ເລື່ອງເປັນຄັ້ງທຳອິດທີ່ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ Francophonie  ຢູ່ຂັ້ນເລຂາທິການໃຫຍ່, ປະທານປະເທດ ແມ່ນສະແດງໃຫ້ເຫັນວ່າ ຫວຽດນາມ ຖືການຮ່ວມມືກັບອົງການພາສາ ຝະລັ່ງ ສາກົນ (OIF)  ແລະ ບັນດາປະເທດ ສະມາຊິກເປັນສຳຄັນ. ຄຽງຂ້າງນັ້ນ, ຜ່ານການພົບປະສອງຝ່າຍຂັ້ນສູງລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ  ໂຕເລິມ ກັບປະມຸກລັດຂອງບັນດາປະເທດສະມາຊິກອົງການ, ຫວຽດນາມ ຈະມີໂອກາດເຮັດໃຫ້ສາຍພົວພັນກັບບັນດາປະເທດນີ້ ເລິກເຊິ່ງຂຶ້ນຕື່ມ.

ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຝະລັ່ງ ເລິກເຊິ່ງຂຶ້ນຕື່ມ

  ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ  ໂຕເລິມ  ດຳເນີນການຢ້ຽມຢາມ ສ.ຝະລັ່ງ ຢ່າງເປັນທາງການ. ຫວຽດນາມ-ຝະລັ່ງ ມີການພົວພັນອັນຍາວນານ ແລະ ພວມມີຄວາມຕັດສິນໃຈສູງ ເພື່ອເພີ່ມທະວີການພົວພັນລະຫວ່າງສອງປະເທດ. ທ່ານ ດິງຕວນທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝະລັ່ງ ໃຫ້ຮູ້ວ່າ:

     ສອງປະເທດຈະພ້ອມກັນກຳນົດບັນດາການກຳນົດທິດໃຫ່ຍ, ສ້າງບັນດາຂອບເຂດ ແລະ ເປີດໜ້າໃໝ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ-ຝະລັ່ງ, ໃນນັ້ນ, ສຸມໃສ່ຍົກສູງປະສິດທິຜົນ ແລະ ຍົກລະດັບບັນດາກົນໄກຮ່ວມມືສອງຝ່າຍ, ເຮັດໃຫ້ການພົວພັນດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນເລິກເຊິ່ງຂຶ້ນຕື່ມ. ຖືເປັນສຳຄັນພິເສດຕໍ່ການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຮ່ວມມືເຕັກໂນໂລຊີສູງ.

   ຄວາມຕັດສິນໃຈການເມືອງຂອງການນຳສອງປະເທດ, ການສະໜັບສະໜູນຂອງ ປຊຊ ທຸກຊັ້ນຄົນ, ຄວາມຕັ້ງໜ້າຂອງບັນດາຄູ່ຮ່ວມມືໃນທຸກຂົງເຂດ ຈະສ້າງກຳລັງໜູນໃໝ່ ເພື່ອຍົກລະດັບການພົວພັນຮ່ວມມືສອງຝ່າຍ.  ບັນດາຂອບເຂດການຮ່ວມມື ແລະ ກຳລັງໃໝ່ ໂດຍການນຳຂັ້ນສູງສອງປະເທດຈະເປັນເອກະພາບກັນ ເນື່ອງໃນໂອກາດການຢ້ຽມຢາມ ສ.ຝະລັ່ງ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ  ໂຕເລິມ, ການພົວພັນລະຫວ່າງ  ຫວຽດນາມ ແລະ ຝະລັ່ງ ຈະມີຂອບເຂດໃໝ່ ແລະ ຫຼາຍປັດໄຈສຳຄັນຕື່ມອີກ ເພື່ອເຮັດໃຫ້ການພົວພັນຮ່ວມມືສອງຝ່າຍເລິກເຊິ່ງຂຶ້ນຕື່ມ ໃນທຸກຂົງເຂດ, ທຸກຊ່ອງທາງ./.

ຕອບກັບ

ຂ່າວ/ບົດ​ອື່ນ