ພິທີໄຫວ້ບູຊາເຈົ້າຊີວິດ ຮຸ່ງ ໄດ້ຈັດຂຶ້ນທັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງສົມກຽມ
ລວບລວມໂດຍ ເລະຈີ -  
(VOVWORLD) - ແຕ່ລະປີ, ໃນໂອກາດວັນໄຫວ້ບູຊາເຈົ້າຊີວິດຮຸ່ງ (ວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທີນ), ປະຊາຊົນ ຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ ລ້ວນແຕ່ຈັດຫຼາຍກິດຈະກຳວັດທະນະທຳ, ກິລາ ເພື່ອອາໄລຫາຜູ້ທີ່ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.
 |
ໃນຕອນເຊົ້າວັນທີ 07 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ຢູ່ເຂດປູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ (ແຂວງ ຝຸເທາະ), ພິທີຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ ໄດ້ຈັດຂຶ້ນຢ່າງສົມກຽດ, ເຄັ່ງຂຶມ, ສະແດງໃຫ້ເຫັນເຖິງຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງຊາດ ຫວຽດນາມ. ພາບ: VOV |
 |
ທ່ານປະທານປະເທດ ເລືອງເກື່ອງ ພ້ອມດ້ວຍບັນດາການນຳພັກ, ລັດ, ແຂວງ ຝຸເທາະ ຖະຫວາຍທູບທຽນ, ດອກໄມ້, ເຄື່ອງບູຊາ ອາໄລຫາບັນດາເຈົ້າຊີວິດຮຸ່ງ, ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນຍິ່ງໃຫຍ່ໃນການສ້າງສາປະເທດຊາດຂອງລຸ້ນພໍ່ລຸ້ນອ້າຍ. ພາບ: VOV |
 |
ເຖິງວ່າອາກາດບໍ່ອຳນວຍຄວາມສະດວກປານໃດ, ແຕ່ກໍ່ມີປະຊາຊົນນັບໝື່ນຄົນທີ່ມາຈາກທຸກແຖບຖິ່ນໃນທົ່ວປະເທດ ໄດ້ເຕົ້າໂຮມກັນຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ ເພື່ອອາໄລຫາຄຸນງາມຄວາມດີຂອງບັນດາເຈົ້າຊີວິດຮຸ່ງ. ພາບ: VTC News |
 |
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 6 ເມສາ 2025 (ກົງກັບວັນທີ 9 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ແຂກທ່ອງທ່ຽວນັບພັນຄົນເຕົ້າໂຮມກັນຢູ່ສວນສາທາລະນະ ວັນລາງ (ຝຸເທາະ) ເພື່ອຮັບຊົມລາຍການຍິງບັ້ງໄຟດອກ. ພາບ: VTC News |
 |
ໃນຕອນເຊົ້າວັນທີ 3 ເມສາ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດຄະນະຜູ້ແທນເກືອບ 50 ທ່ານ ທີ່ມາຈາກ 20 ປະເທດ ແລະ ເຂດແຄ້ວນ ໄປຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ. ພາບ: TTXVN |
 |
ຕອນເຊົ້າວັນທີ 07 ເມສາ, ປະຊາຊົນນະຄອນ ໂຮ່ຈີມິນ ນັບພັນຄົນ ໄດ້ເຂົ້າຮ່ວມພິທີໄຫວ້ອາໄລເຈົ້າຊີວິດຮຸ່ງປີ 2025 ຢູ່ເຂດອະສອນສະຖານບັນດາເຈົ້າຊີວິດຮຸ່ງ, ນະຄອນ ຖູດຶກ. ພາບ: VOV |
 |
ທ່ານ ຫງວຽນເຟຶອກລົກ - ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ, ເນັ້ນໜັກວ່າ: ການອາໄລຫາຄຸນງາມຄວາມດີຂອງເຈົ້າຊີວິດຮຸ່ງ ແມ່ນການອາໄລຫາກົກເຄົ້າເຫງົ້າກໍ, ແມ່ນສັນຍາລັກວັດທະນະທຳອັນເລິກເຊິ່ງ, ຢັ້ງຢືນຄຸນຄ່າສັກສິດທາງປະຫວັດສາດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດນັບພັນປີຂອງຊາດ. ພາບ: VOV |
 |
ພິທີແຫ່ໄດ້ດຳເນີນຢ່າງລະອຽດຄົບຖ້ວນ ແລະ ສົມກຽດ. ພາບ: VOV |
 |
ວັນທີ 07 ເມສາ, ນະຄອນ ເກິ່ນເທີ ກໍໄດ້ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ປີ 2025 ຂຶ້ນຢ່າງກົມກຽດ. |
 |
ເຂົ້າຕົ້ມ - ເຂົ້າໜົມໄຢ ແລະ ເຄື່ອງບູຊາຂອງທ້ອງຖິ່ນຕ່າງໆ ຖະຫວາຍແດ່ເຈົ້າຊີວິດຮຸ່ງ. ພາບ: VOV |
 |
ປະຊາຊົນ ແລະ ແຂກທ່ອງທ່ຽວມາໄຫວ້ບູຊາເຈົ້າຊີວິດຮຸ່ງຢູ່ນະຄອນ ເກິ່ນເທີ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ລຸ້ນພໍ່ລຸ້ນອ້າຍ (ພາບ: VOV) |
 |
ຕອນເຊົ້າວັນທີ 07 ເມສາ, ສະມາຄົມໃຫຍ່ ຫວຽດນາມ ປະຈຳ ລາວ ໄດ້ຈັດພິທີໄຫວ້ອາໄລເຈົ້າຊີວິດຮຸ່ງ ຂຶ້ນຢ່າງສົມກຽດ. ພາບ: ນັກຂ່າວ VOV ປະຈຳ ລາວ |
 |
ທ່ານ ຟ້າມວັນຮຸ່ງ, ປະທານສະມາຄົມໃຫຍ່ ຊາວ ຫວຽດນາມ ອາໄສຢູ່ ລາວ ໃຫ້ຮູ້ວ່າ, ພິທີໄຫວ້ອາໄລເຈົ້າຊີວິດຮຸ່ງ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສຳລັບຊາວ ຫວຽດນາມ ຢູ່ຕ່າງປະເທດ, ບໍ່ພຽງແຕ່ສະແດງຄວາມຜູກພັນໃນປະຊາຄົມເທົ່ານັ້ນ, ຫາກຍັງປະກອບສ່ວນສຶກສາໃຫ້ລູກຫຼານຊາວ ຫວຽດນາມ ຢູ່ຕ່າງປະເທດ ເຂົ້າໃຈກ່ຽວກັບກົກເຄົ້າເຫງົ້າກໍ, ປະເທດຊາດຂອງຕົນ. |
 |
ຕາງໜ້າບັນດາອົງການໝູ່ຄະນະຂອງສະຖານທູດ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ ພ້ອມດ້ວຍພໍ່ແມ່ພີ່ນ້ອງ ຖະຫວາຍທູບທຽນອາໄລຫາຄຸນງາມຄວາມດີຂອງບັນດາເຈົ້າຊີວິດຮຸ່ງ ດ້ວຍຄວາມເຄົາລົບນັບຖືຢ່າງສູງ. ພາບ: ນັກຂ່າວ VOV ປະຈຳ ລາວ |
 |
ພິທີໄຫວ້ອາໄລເຈົ້າຊີວິດຮຸ່ງ ປີ 2025 ຈັດຂຶ້ນຢູ່ ມົດສະກູ, ລັດເຊຍ ໃນວັນທີ 07 ເມສາ (ພາບ: ນັກຂ່າວ VOV ປະຈໍາ ມົດສະກູ) |
 |
ເນື່ອງໃນໂອກາດວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ, ສະມາຄົມສາມີພັນລະຍາ ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ກໍໄດ້ເປັນເຈົ້າພາບ, ສົມທົບກັບບັນດາອົງການໝູ່ຄະນະຂອງສະຖານທູດ ຈັດພິທີໄຫວ້ອາໄລເຈົ້າຊີວິດຮຸ່ງ ປີ 2025 ຢູ່ນະຄອນຫຼວງ ວໍຊິງຕັນ. ພາບ: ຟ້າມຮວັນ - ນັກຂ່າວ VOV ປະຈຳ ວໍຊິງຕັນ. |
 |
ເນື່ອງໃນໂອກາດນີ້, ວັນທີ 6 ເມສາ, ຢູ່ນະຄອນຫຼວງ ປາຣີ, ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ໄດ້ສົມທົບກັບສູນວັດທະນະທຳ ຫວຽດນາມ ປະຈຳ ຝລັ່ງ ໄດ້ຈັດພິທີໄຫວ້ອາໄລເຈົ້າຊີວິດຮຸ່ງ ດ້ວຍການເຂົ້າຮ່ວມຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຝລັ່ງ ແລະ ເພື່ອນມິດສາກົນເປັນຈຳນວນຫຼາຍ. ພາບ: TTXVN |
ລວບລວມໂດຍ ເລະຈີ