ການພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ສືບ​ຕໍ່​ພັດ​ທະ​ນາ​ໃນ​ເກືອບ​ທຸກ​ຂົງ​ເຂດ

(VOVWORLD) -    ຕອນເຊົ້າວັນທີ 16 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຮັດວຽກກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພອນດອນ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ (P4G) ຄັ້ງທີ 4.
ການພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ສືບ​ຕໍ່​ພັດ​ທະ​ນາ​ໃນ​ເກືອບ​ທຸກ​ຂົງ​ເຂດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພອນດອນ (ພາບ: VOV)

ທີ່ການແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີຊີ້ນຳບັນດາອົງການທີ່ກ່ຽວຂ້ອງສຸມກຳລັງຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ໃນນັ້ນ ມີໝາກຜົນການພົບປະລະຫວ່າງສອງກົມການເມືອງ ແລະ ກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາສີ ລະຫວ່າງລັດຖະບານ ຫວຽດນາມ - ລາວ; ສືບຕໍ່ເພີ່ມທະວີ, ປັບປຸງການພົວພັນດ້ານການເມືອງ, ຄວາມໄວ້ເນື້ອເຊື່ອໃຈແບບພິເສດ; ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ການນຳສອງທ່ານເຫັນດີເພີ່ມທະວີບັນດາມາດຕະການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ສ້າງບາດກ້າວບຸກທະລຸມຸ່ງໄປເຖິງການບັນລຸໄດ້ວົງເງິນການຄ້າສອງຝ່າຍ 5 ຕື້ USD; ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດຢ່າງຮອບດ້ານ, ພິເສດແມ່ນພື້ນຖານໂຄງລ່າງ, ຄົມມະນາຄົມ, ການລົງທຶນ, ການທ່ອງທ່ຽວ.  

ການພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ສືບ​ຕໍ່​ພັດ​ທະ​ນາ​ໃນ​ເກືອບ​ທຸກ​ຂົງ​ເຂດ - ảnh 2ການເຮັດວຽກລະຫວ່າງສອງຝ່າຍ (ພາບ: VOV)

        ກໍໃນຕອນເຊົ້າວັນທີ 16 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ. ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຕີລາຄາສູງບົດບາດຂອງ ຫວຽດນາມ ໃນການຈັດຕັ້ງກອງປະຊຸມສຸດຍອດ P4G ຄັ້ງນີ້.

ລ້າຍຮວາ, ເລຕວຽດ

ຕອບກັບ

ຂ່າວ/ບົດ​ອື່ນ