50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ
Nguyen Trinh - VOV -  
(VOVWORLD) - 50 ປີຫຼັງການປົດປ່ອຍ, ນະຄອນ ດ່າໜັງ ໄດ້ມີບາດກ້າວຫັນປ່ຽນຢ່າງກະໂດດຂັ້ນ, ບັນລຸໄດ້ຫຼາຍຜົນງານກ່ຽວກັບການພັດທະນາເສດຖະກິດ - ສັງຄົມ
 |
ນັບແຕ່ປີ 1997, ເມື່ອໄດ້ແຍກອອກຈາກແຂວງ ກວ໋າງນາມ - ດ່າໜັງ ເພື່ອກາຍເປັນຕົວເມືອງທີ່ຂຶ້ນກັບສູນກາງ, ດ່າໜັງ ໄດ້ມີບັນດາບາດກ້າວພັດທະນາຢ່າງວ່ອງໄວ, ຄ່ອຍໆກາຍເປັນສູນການເມືອງ, ເສດຖະກິດ, ສັງຄົມຂອງພາກກາງ - ເຂດໄຕງວຽນ. ບັນດາກິດຈະກຳຈຸດສຸມ, ປະທັບໃຈໃນຫຼາຍຂົງເຂດ ໄດ້ປະກອບສ່ວນສ້າງໂສມໜ້າໃໝ່ຂອງນະຄອນທີ່ໃຫຍ່ໂຕສວຍງາມ ແລະ ທັນສະໄໝ. |
 |
ຂົວແມ່ນ້ຳ ຮ່ານ ເລີ່ມລົງມືກໍ່ສ້າງເມື່ອວັນທີ 2 ກັນຍາ 1998 ແລະ ກໍ່ສ້າງສຳເລັດກົງກັບໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນປົດປ່ອຍນະຄອນ ດ່າໜັງ, ວັນທີ 29 ມີນາ 2000, ແມ່ນຄວາມເອກອ້າງທະນົງໃຈຂອງຊາວ ດ່າໜັງ. |
 |
ຂົວແມ່ນ້ຳ ຮ່ານ ທີ່ມີຊື່ສຽງ ດ້ວຍຄວາມກົມກຽວ, ສວຍງາມດັ່ງໃນຝັນ, ສ້າງຄວາມຈັບໃຈໃຫ້ແກ່ຕົວເມືອງດ່າໜັງ. |
 |
ນີ້ແມ່ນຂົວປິ່ນແຫ່ງທຳອິດ ໂດຍນັກວິສະວະກອນ, ກຳມະກອນ ຫວຽດນາມ ອອກແບບ ແລະ ກໍ່ສ້າງ. ໄລ່ມາຮອດປັດຈຸບັນ, ນີ້ຍັງຄົງເປັນຂົວປິ່ນແຫ່ງໜຶ່ງດຽວຂອງ ຫວຽດນາມ. |
 |
ລຽບຕາມສອງຝັ່ງແມ່ນ້ຳ ຮ່ານ (ດ່າໜັງ) ໄດ້ ແລະ ພວມຜັນຂະຫຍາຍຫຼາຍໂຄງການໃຫຍ່, ບັນດາຕຶກອາຄານຊັ້ນສູງໄດ້ຮັບການກໍ່ສ້າງເປັນຈຳນວນຫຼາຍ.ລຽບຕາມສອງຝັ່ງແມ່ນ້ຳ ຮ່ານ (ດ່າໜັງ) ໄດ້ ແລະ ພວມຜັນຂະຫຍາຍຫຼາຍໂຄງການໃຫຍ່, ບັນດາຕຶກອາຄານຊັ້ນສູງໄດ້ຮັບການກໍ່ສ້າງເປັນຈຳນວນຫຼາຍ. |
 |
ຂົວຣົ່ງ (ມັງກອນ) ແມ່ນຂົວທີ່ມີຄວາມເປັນເອກະລັກຢູ່ ຫວຽດນາມ. ຂົວແຫ່ງນີ້ໄດ້ກາຍເປັນສັນຍາລັກຂອງນະຄອນ ດ່າໜັງ, ເປັນຈຸດເນັ້ນ ເຊິ່ງແຂກທ່ອງທ່ຽວບໍ່ອາດພາດໄດ້ເມື່ອໄປທ່ຽວ ດ່າໜັງ. |
 |
ໂດຍຕັ້ງຢູ່ໃກ້ແມ່ນ້ຳ ຮ່ານ ແລະ ຂົວຣົ່ງ, ສວນສາທາລະນະ APEC ມີຄວາມຍິບຍັບ, ຮຸ່ງເຮືອງເຫຼືອງເຫຼື້ອມ ເມື່ອເບິ່ງຈາກມູມສູງ. |
 |
ໂຄງການຍົກລະດັບ, ບູລະນະອານຸສອນສະຖານນະຄອນ ແລະ ສ້ອມແປງ, ຂະຫຍາຍເນື້ອທີ່ສະໜາມຫຼວງ 29 ມີນາ ຫາກໍ່ໄດ້ຮັບການເປີດສະຫຼອງ. |
 |
ຊິງຊ້າສະຫວັນ, ສວນສາທາລະນະ ອາຊີ, ເມືອງ ຫາຍເຈົາ |
 |
ຫາດຊາຍທະເລ ດ່າໜັງ ໄດ້ຮັບການຂະໜານນາມວ່າແມ່ນໜຶ່ງໃນ 6 ຫາດຊາຍທະເລທີ່ງາມທີ່ສຸດໃນໂລກ. |
 |
ທ່າກ່ຳປັ່ນຫາປ່າ ເທາະກວາງ ໄດ້ຮັບການລົງທຶນຢ່າງມີແບບມີແຜນ |
 |
ແຫຼມ ເຊີນຈ່າ ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອ ນະຄອນ ດ່າໜັງ, ໄດ້ຮັບການຂະໜານນາມວ່າ “ສິ່ງລ້ຳຄ່າ” ຂອງທຳມະຊາດ, ເປັນປອດສີຂຽວປັບອາກາດໃຫ້ແກ່ນະຄອນ. |
 |
ທ່າກ່ຳປັ່ນ ດ່າໜັງ, ຕັ້ງຢູ່ອ່າວ ດ່າໜັງ ມີເນື້ອທີ 12km2 ດ້ວຍລະບົບຄົມມະນາຄົມທີ່ສະດວກ, ປັດຈຸບັນ ແມ່ນທ່າກ່ຳປັ່ນທີ່ສຳຄັນໃນລະບົບການບໍລິການ logistics ຂອງເຂດພາກກາງ ຫວຽດນາມ |
 |
ສະພານລອຍ ສາມແຍກ ເຫວ້ |
 |
ເຂດປູຊະນີຍະສະຖານ ຫາຍເວິນກວານ ພາຍຫຼັງໄດ້ຮັບການບູລະນະ |
 |
ສຳນັກງານບໍລິຫານເມືອງ ຮວ່າວາງ, ນະຄອນ ດ່າໜັງ. |
 |
ສະໜາມກິລາ ຮວ່າຊວັນ ໄດ້ຮັບການກໍ່ສ້າງແບບທັນສະໄໝ |
 |
ມູມໜຶ່ງຂອງທັດສະນີຍະພາບ ງູແຮັ່ງເຊີນ |
Nguyen Trinh - VOV