ພິທີໄວ້ອາໄລທ່ານອະດີດປະທານປະເທດ ລາວ ຄຳໄຕ ສີພັນດອນ ຢູ່ ວຽງຈັນ
(VOVWORLD) - ທ່ານ ຄຳໄຕ ສີພັນດອນ, ອະດີດປະທານ ພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດ ແຫ່ງ ສປປ.ລາວ, ເກີດປີ 1924, ຢູ່ບ້ານ ຫົວໂຂງ, ເມືອງໂຂງ, ແຂວງ ສີທັນດອນ (ປະຈຸບັນ ແມ່ນ ແຂວງຈຳປາສັກ)
 |
ພິທີໄວ້ອາໄລທ່ານ ຄຳໄຕ ສີພັນດອນ ໄດ້ຈັດຂຶ້ນໃນເວລາ 12 ໂມງ 30 ນາທີຂອງວັນທີ 7 ເມສາ, ຢູ່ເດີ່ນພະທາດຫຼວງ, ນະຄອນຫຼວງ ວຽງຈັນ. |
 |
ປີ 1947, ທ່ານ ຄຳໄຕ ສີພັນດອນ ໄດ້ເຂົ້າຮ່ວມກຳລັງແນວລາວ ອິດສະຫຼະ ສ້າງຂີດໝາຍເລີ່ມຕົ້ນການເຄື່ອນໄຫວປະຕິວັດຍາດເອົາເອກະລາດຫຼຸດພົ້ນອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ ຝລັ່ງ. ທ່ານເຂົ້າເປັນສະມາຊິກພັກກອມມູນິດ ອິນດູຈີນ ເມື່ອປີ 1954 ແລະ ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ເມື່ອປີ 1955. |
 |
ປີ 1975, ພາຍຫຼັງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການສະຖາປະນາ, ທ່ານ ຄຳໄຕ ສີພັນດອນ ຮັບດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ແລ້ວ ເປັນຮອງນາຍົກລັດຖະມົນຕີ. |
 |
ທ່ານ ຄຳໄຕ ສີພັນດອນ ດຳລົງຕຳແໜ່ງນາຍົກລັດຖະມົນຕີ ເມື່ອປີ 1991 ແລະ ຮັບດຳລົງຕຳແໜ່ງ ປະທານປະເທດແຕ່ປີ 1998 ຫາປີ 2006. ທ່ານແມ່ນປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ນັບແຕ່ປີ 1992 ຫາປີ 2006. |
 |
ດ້ວຍຄຸນງາມຄວາມດີອັນຍິ່ງໃຫຍ່ໃນການປະກອບສ່ວນໃຫ້ແກ່ພາລະກິດແຫ່ງການປະຕິວັດຂອງພັກ, ຂອງປະຊາຊົນລາວບັນດາເຜົ່າ, ທ່ານ ຄຳໄຕ ສີພັນດອນ ໄດ້ຮັບຫຼາຍຫຼຽນໄຊ, ຫຼຽນກາອັນສູງສົ່ງໂດຍພັກ, ລັດ ລາວ ມອບໃຫ້. |
 |
ໃນພາລະກິດແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ, ທ່ານອະດີດປະທານປະເທດ ຄຳໄຕ ສີພັນດອນ ໄດ້ມີການຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອແລກປ່ຽນ, ແບ່ງປັນບົດຮຽນປະສົບການ, ໜູນຊ່ວຍ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ. |
 |
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຕາງໜ້າໃຫ້ພັກ, ລັດ ອ່ານບົດສະດຸດີໃນພິທີຊາປະນະກິດສົບຂອງທ່ານ ຄຳໄຕ ສີພັນດອນ. |
 |
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ຫວຽດນາມ ເຂົ້າຮ່ວມພິທີໄວ້ອາໄລທ່ານ ຄຳໄຕ ສີພັນດອນ. |
 |
ການນຳພັກ, ລັດ ລາວ ວາງພວງມາລາທ່ານຄຳໄຕ ສີພັນດອນ. |
 |
ທ່ານນາຍົກລັດຖະມົນຕີ ສະແດງຄວາມເສົ້າສະຫຼົດໃຈຕໍ່ ຍາດຕິພີ່ນ້ອງຂອງທ່ານຄຳໄຕ ສີພັນດອນ. |
 |
ຄະນະການນຳຂັ້ນສູງ ຫວຽດນາມ ສະແດງຄວາມໂສກເສົ້າເສຍດາຍອັນຍິ່ງໃຫຍ່ຂອງ ປະເທດລາວ. |
 |
ພະນັກງານ, ລັດຖະກອນບັນດາກະຊວງ, ຄະນະ, ຂະແໜງການ ແລະ ປະຊາຊົນເປັນຈຳນວນຫຼາຍເຂົ້າໄວ້ອາໄລສົ່ງ ທ່ານ ຄຳໄຕ ສີພັນດອນຂຶ້ນສູູ່ສະຫວັນ. |