50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ

(VOVWORLD) - 50 ປີຫຼັງການປົດປ່ອຍ, ນະຄອນ ດ່າໜັງ ໄດ້ມີບາດກ້າວຫັນປ່ຽນຢ່າງກະໂດດຂັ້ນ, ບັນລຸໄດ້ຫຼາຍຜົນງານກ່ຽວກັບການພັດທະນາເສດຖະກິດ - ສັງຄົມ

50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ - ảnh 1
ນັບແຕ່ປີ 1997, ເມື່ອໄດ້ແຍກອອກຈາກແຂວງ ກວ໋າງນາມ - ດ່າໜັງ ເພື່ອກາຍເປັນຕົວເມືອງທີ່ຂຶ້ນກັບສູນກາງ, ດ່າໜັງ ໄດ້ມີບັນດາບາດກ້າວພັດທະນາຢ່າງວ່ອງໄວ, ຄ່ອຍໆກາຍເປັນສູນການເມືອງ, ເສດຖະກິດ, ສັງຄົມຂອງພາກກາງ - ເຂດໄຕງວຽນ. ບັນດາກິດຈະກຳຈຸດສຸມ, ປະທັບໃຈໃນຫຼາຍຂົງເຂດ ໄດ້ປະກອບສ່ວນສ້າງໂສມໜ້າໃໝ່ຂອງນະຄອນທີ່ໃຫຍ່ໂຕສວຍງາມ ແລະ ທັນສະໄໝ.
50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ - ảnh 2
ຂົວແມ່ນ້ຳ ຮ່ານ ເລີ່ມລົງມືກໍ່ສ້າງເມື່ອວັນທີ 2 ກັນຍາ 1998 ແລະ ກໍ່ສ້າງສຳເລັດກົງກັບໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນປົດປ່ອຍນະຄອນ ດ່າໜັງ, ວັນທີ 29 ມີນາ 2000, ແມ່ນຄວາມເອກອ້າງທະນົງໃຈຂອງຊາວ ດ່າໜັງ.
50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ - ảnh 3
ຂົວແມ່ນ້ຳ ຮ່ານ ທີ່ມີຊື່ສຽງ ດ້ວຍຄວາມກົມກຽວ, ສວຍງາມດັ່ງໃນຝັນ, ສ້າງຄວາມຈັບໃຈໃຫ້ແກ່ຕົວເມືອງດ່າໜັງ.
50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ - ảnh 4
ນີ້ແມ່ນຂົວປິ່ນແຫ່ງທຳອິດ ໂດຍນັກວິສະວະກອນ, ກຳມະກອນ ຫວຽດນາມ ອອກແບບ ແລະ ກໍ່ສ້າງ. ໄລ່ມາຮອດປັດຈຸບັນ, ນີ້ຍັງຄົງເປັນຂົວປິ່ນແຫ່ງໜຶ່ງດຽວຂອງ ຫວຽດນາມ.
50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ - ảnh 5
ລຽບຕາມສອງຝັ່ງແມ່ນ້ຳ ຮ່ານ (ດ່າໜັງ) ໄດ້ ແລະ ພວມຜັນຂະຫຍາຍຫຼາຍໂຄງການໃຫຍ່, ບັນດາຕຶກອາຄານຊັ້ນສູງໄດ້ຮັບການກໍ່ສ້າງເປັນຈຳນວນຫຼາຍ.ລຽບຕາມສອງຝັ່ງແມ່ນ້ຳ ຮ່ານ (ດ່າໜັງ) ໄດ້ ແລະ ພວມຜັນຂະຫຍາຍຫຼາຍໂຄງການໃຫຍ່, ບັນດາຕຶກອາຄານຊັ້ນສູງໄດ້ຮັບການກໍ່ສ້າງເປັນຈຳນວນຫຼາຍ.
50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ - ảnh 6
ຂົວຣົ່ງ (ມັງກອນ) ແມ່ນຂົວທີ່ມີຄວາມເປັນເອກະລັກຢູ່ ຫວຽດນາມ. ຂົວແຫ່ງນີ້ໄດ້ກາຍເປັນສັນຍາລັກຂອງນະຄອນ ດ່າໜັງ, ເປັນຈຸດເນັ້ນ ເຊິ່ງແຂກທ່ອງທ່ຽວບໍ່ອາດພາດໄດ້ເມື່ອໄປທ່ຽວ ດ່າໜັງ.
50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ - ảnh 7
ໂດຍຕັ້ງຢູ່ໃກ້ແມ່ນ້ຳ ຮ່ານ ແລະ ຂົວຣົ່ງ, ສວນສາທາລະນະ APEC ມີຄວາມຍິບຍັບ, ຮຸ່ງເຮືອງເຫຼືອງເຫຼື້ອມ ເມື່ອເບິ່ງຈາກມູມສູງ.
50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ - ảnh 8
ໂຄງການຍົກລະດັບ, ບູລະນະອານຸສອນສະຖານນະຄອນ ແລະ ສ້ອມແປງ, ຂະຫຍາຍເນື້ອທີ່ສະໜາມຫຼວງ 29 ມີນາ ຫາກໍ່ໄດ້ຮັບການເປີດສະຫຼອງ.
50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ - ảnh 9
ຊິງຊ້າສະຫວັນ, ສວນສາທາລະນະ ອາຊີ, ເມືອງ ຫາຍເຈົາ
50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ - ảnh 10
ຫາດຊາຍທະເລ ດ່າໜັງ ໄດ້ຮັບການຂະໜານນາມວ່າແມ່ນໜຶ່ງໃນ 6 ຫາດຊາຍທະເລທີ່ງາມທີ່ສຸດໃນໂລກ.
50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ - ảnh 11
ທ່າກ່ຳປັ່ນຫາປ່າ ເທາະກວາງ ໄດ້ຮັບການລົງທຶນຢ່າງມີແບບມີແຜນ
50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ - ảnh 12
ແຫຼມ ເຊີນຈ່າ ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອ ນະຄອນ ດ່າໜັງ, ໄດ້ຮັບການຂະໜານນາມວ່າ “ສິ່ງລ້ຳຄ່າ” ຂອງທຳມະຊາດ, ເປັນປອດສີຂຽວປັບອາກາດໃຫ້ແກ່ນະຄອນ.
50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ - ảnh 13
ທ່າກ່ຳປັ່ນ ດ່າໜັງ, ຕັ້ງຢູ່ອ່າວ ດ່າໜັງ ມີເນື້ອທີ 12km2 ດ້ວຍລະບົບຄົມມະນາຄົມທີ່ສະດວກ, ປັດຈຸບັນ ແມ່ນທ່າກ່ຳປັ່ນທີ່ສຳຄັນໃນລະບົບການບໍລິການ logistics ຂອງເຂດພາກກາງ ຫວຽດນາມ
50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ - ảnh 14
ສະພານລອຍ ສາມແຍກ ເຫວ້
50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ - ảnh 15
ເຂດປູຊະນີຍະສະຖານ ຫາຍເວິນກວານ ພາຍຫຼັງໄດ້ຮັບການບູລະນະ
50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ - ảnh 16
ສຳນັກງານບໍລິຫານເມືອງ ຮວ່າວາງ, ນະຄອນ ດ່າໜັງ.
50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ - ảnh 17
ສະໜາມກິລາ ຮວ່າຊວັນ ໄດ້ຮັບການກໍ່ສ້າງແບບທັນສະໄໝ
50 ປີຫຼັງການປົດປ່ອຍ, ດ່າໜັງ ມີການປ່ຽນແປງຢ່າງກະໂດດຂັ້ນ - ảnh 18
ມູມໜຶ່ງຂອງທັດສະນີຍະພາບ ງູແຮັ່ງເຊີນ

ຕອບກັບ

ຂ່າວ/ບົດ​ອື່ນ