ປະເທດສິງກະໂປ
(ພາບ:vatgia.com)
(vovworld)- ຕາມຕາຕະລາງຈັດອັນດັບດັດຊະດີສັນຕິພາບທົ່ວໂລກ (GPI) 2013 ໂດຍສະຖາບັນເສດຖະກິດ ແລະ ສັນຕິພາບ ຊື່ງມີສຳນັກງານຕັ້ງຢູ່ອົດສະຕາລີ ທີ່ຫາກໍ່ປະກາດນັ້ນ, ສິງກະໂປ, ຍີ່ປຸ່ນ ແລະ ບູຕານ ແມ່ນ 3 ປະເທດອາຊີນອນໃນບັນຊີລາຍຊື່ 20 ປະເທດສັນຕິພາບກ່ວາໝູ່ໃນໂລກ. ຕາມຕາຕະລາງຈັດອັນດັບດັ່ງກ່າວ, ສິງກະໂປ ນຳໜ້າບັນດາປະເທດຢູ່ອາຊຽນ ແລະ ຢືນອັນດັບທີ 16 ໃນຈຳນວນທັງໝົດ 162 ປະເທດໄດ້ຮັບການສຳຫຼວດ. ດັດຊະນີ GPI ໄດ້ພິຈາລະນາຕາມ 23 ປັດໄຈ, ຈາກລະດັບຄ່າໃຊ້ຈ່າຍປ້ອງກັນຊາດຂອງປະເທດ ຕະຫລອດຮອດການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ອັດຕາສ່ວນອາດຊະຍາກຳ. ປະຈຸບັນ, ບັນດາອົງການຈັດຕັ້ງສາກົນ, ລັດຖະບານ ແລະ ອົງການບໍ່ຂຶ້ນກັບລັດຖະບານກໍ່ໄດ້ນຳໃຊ້ດັດຊະນີດັ່ງກ່າວ. ໃນຕາຕະລາງຈັດອັນດັບປີນີ້, ຫວຽດນາມ ຢືນອັນດັບທີ 41 ໃນ ຈຳນວນ 162 ປະເທດໄດ້ຮັບການສຳຫລວດ ແລະ ຢືນອັນດັບ 4 ໃນຈຳນວນບັນດາປະເທດສະມາຊິກອາຊຽນ.