ທ່ານ ຫງວຽນທ້ຽນເຍີນ ມອບລາງວັນໃຫ້ບັນດາຜູ້ປະດິດແຕ່ງ
(ພາບ: T. H)
|
(vovworld) – ຕອນຄ່ຳວັນທີ 28/5, ຢູ່ ຮ່າໂນ້ຍ, ສະຫະບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ໄດ້ຈັດຕັ້ງການສະຫລຸບ 20 ປີ ແລະ ມອບລາງວັນຫົວຄິດປະດິດສ້າງວິທະຍາສາດ, ເຕັກໂນໂລຢີ ຫວຽດນາມ, ລາງວັນຂັນຄຳຊັບສິນທາງປັນຍາ ຫວຽດນາມ ປີ 2014. ລາງວັນຫົວຄິດປະດິດສ້າງວິທະຍາສາດ, ເຕັກນິກ ຫວຽດນາມ ປີ 2014 ໄດ້ມອບໃຫ້ 40 ກິດຈະກຳຂຶ້ນກັບ 6 ຂົງເຂດ, ໃນນັ້ນມີ 4 ລາງວັນທີ 1, 7 ລາງວັນທີ 2, 11 ລາງວັນທີ 3 ແລະ 18 ລາງວັນຊົມເຊີຍ.
ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ຕີລາຄາສູງການຈັດຕັ້ງມອບລາງວັນໃນຄັ້ງນີ້ ແລະ ຖືວ່າລາງວັນນີ້ນັບມື້ນັບສະແດງໃຫ້ເຫັນອິດທິພົນຊື່ສຽງໃນວົງການວິທະຍາສາດເຕັກໂນໂລຢີກ່ວາອີກ:
“ລາງວັນຫົວຄິດປະດິດສ້າງວິທະຍາດສາດ, ເຕັກໂນໂລຢີ ຫວຽດນາມ ຈັດຕັ້ງປະຈຳປີ ແມ່ນໂອກາດເພື່ອໃຫ້ພວກເຮົາຢັ້ງຢືນວ່າ: ແຕ່ລະວັນ, ແຕ່ລະເດືອນ, ແຕ່ລະປີພວກເຮົາຍັງຮັກສາ, ເສີມຂະຫຍາຍຄຸນຄ່າພິລະອາດຫານ ແລະ ມີຫົວຄິດປະດິດສ້າງຂອງຊາດເຮົາ. ເກືອບ 20 ປີແຫ່ງການຈັດຕັ້ງລາງວັນ, ມີ 2.200 ຫົວຂໍ້, ກິດຈະກຳເຂົ້າຮ່ວມ ແລະ ທັງໝົດເຫຼົ່ານັ້ນລ້ວນແຕ່ໄດ້ຮັບການນຳໃຊ້ໃນຊີວິດຕົວຈິງພາຍຫຼັງມີການຄົ້ນຄ້ວາ. ໃນນັ້ນ, ເກືອບ 400 ຫົວຂໍ້ໄດ້ຮັບລາງວັນ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ: ບັນດາຜູ້ປະດິດແຕ່ງເມື່ອໄດ້ຮັບລາງວັນຈະມີຫົວຄິດປະດິດສ້າງຢ່າງບໍ່ຢຸດຢັ້ງ ແລະ ສືບຕໍ່ມີຫົວຄິດປະດິດສ້າງນັບມື້ນັບຫຼາຍກ່ວາອີກ.”