(vovworld) – 65 ປີຜ່ານມາ (1/11/1949 – 1/11/2014), ຄະນະພົວພັນຕ່າງປະເທດສູນກາງ ມີບັນດາການປະກອບສ່ວນສຳຄັນ, ຢັ້ງຢືນບົດບາດແມ່ນອົງການເປັນເສນາທິການຂອງສູນກາງພັກເຊິ່ງໂດຍກົງແມ່ນກົມການເມືອງ, ຄະນະເລຂາໃນການວາງແຜນກຳນົດແນວທາງການຕ່າງປະເທດຂອງພັກ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນຂອງ ຫວຽດນາມ ແລະ ບັນດາປະເທດໃນໂລກ, ກໍ່ຄືການພົວພັນລະຫວ່າງພັກ ກັບບັນດາພັກກອມມູນິດ ແລະ ບັນດາພັກການເມືອງໃນໂລກ. ນັ້ນແມ່ນການຢືນຢັນຂອງທ່ານ ຮ່ວາງບິ່ງກວນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ເມື່ອຕອບສຳພາດຕໍ່ນັກຂ່າວ VOV ເນື່ອງໃນໂອກາດ ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ.
ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງຂອງວຽກງານການຕ່າງປະເທດຂອງພັກເວົ້າລວມ ແລະ ການເຄື່ອນໄຫວຂອງຄະນະພົວພັນຕ່າງປະເທດສູນກາງເວົ້າສະເພາະ, ທ່ານຮ່ວາງບິ່ງກວນ, ໃຫ້ຮູ້ວ່າ:
“ຈຸດໝາຍສຳຄັນທີ່ສຸດຂອງວຽກງານພົວພັນຕ່າງປະເທດ, ການທູດແມ່ນເຮັດແນວໃດຮັກສາສະພາບແວດລ້ອມສັນຕິພາບ ແລະ ສ້າງເງື່ອນໄຂສາກົນສະດວກໃຫ້ແກ່ການພັດທະນາຂອງປະເທດຊາດ. ທີ 2 ແມ່ນປົກປັກຮັກສາອະທິປະໄຕຜືນແຜ່ນດິນທີ່ສັກກະລະບູຊາ. ທີສາມແມ່ນສືບຕໍ່ຍາດແຍ່ງການຮ່ວມມື ແລະ ການຊ່ວຍເຫຼືອຂອງໂລກ ແລະ ສາກົນທີ່ມີຕໍ່ພາລະກິດປ່ຽນໃໝ່ຢູ່ ຫວຽດນາມ”
ຕາມທ່ານຮ່ວາງບິ່ງກວນ ແລ້ວ, ປະຈຸບັນ, ພັກກອມມູນິດ ຫວຽດນາມ ມີການພົວພັນກັບກ່ວາ 200 ພັກໃນຈຳນວນ 114 ປະເທດໃນໂລກ. ນີ້ແມ່ນພື້ນຖານດ້ານການເມືອງການພົວພັນຕ່າງປະເທດທີ່ສຳຄັນໃຫ້ແກ່ແນວໂຮມການທູດຂອງ ຫວຽດນາມ.