FED ອາດຈະເພີ່ມອັດຕາດອກເບ້ຍຄັ້ງຕໍ່ໄປກ່ອນທ້າຍປີ 2018

(VOVWORLD) -ເລື່ອງວົງການເຈົ້າໜ້າທີ່ທະນາຄານສູນກາງອາເມລິກາ ເຊື່ອໝັ້ນວ່າ ການເພີ່ມອັດຕາດອກເບ້ຍຈະດຳເນີນໃນໄວໆນີ້ ເພື່ອສືບຕໍ່ປັບປຸງກ່ຽວກັບຄວາມສາມາດຂອງທະນາຄານສະສົມສະຫະລັດອາເມລິກາ (FED) ຈະດຳເນີນການເພີ່ມບ້ວງເງິນໃຫ້ກູ້ຢືມໃນເດືອນຈະມາເຖິງ.

ຕາມບົດບັນທຶກກອງປະຊຸມນະໂຍບາຍວັນທີ 07 – 08 ພະຈິກ ຂອງຄະນະກຳມະການຕະຫຼາດເປີດສະຫະລັດ, ອົງການວາງແຜນນະໂຍບາຍຂອງ FED ແລະ ໄດ້ປະກາດໃນວັນທີ 29 ພະຈິກ ວ່າ, ເຈົ້າໜ້າທີ່ຂອງ FED ສ່ວນຫຼາຍລ້ວນແຕ່ເຫັນດີກັບແຜນການຫັນນະໂຍບາຍເງິນຕາເປັນປົກກະຕິໄປເທື່ອລະກ້າວນັ້ນ ແມ່ນມີຄວາມເໝາະສົມຢູ່. ເຖິງຢ່າງໃດກໍ່ຕາມ, ກໍ່ມີຄຳເຫັນທີ່ສະແດງຄວາມບໍ່ແນ່ນອນກ່ຽວກັບຈຸດເວລາດັດປັບອັດຕາດອກເບ້ຍໃນອະນາຄົດ ແລະ ຖືວ່າ ເລື່ອງເພີ່ມອັດຕາດອກເບ້ຍອາດຈະກົດໜ່ວງການເຕີບໂຕເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ