NATO ແຕ່ງຕັ້ງທ່ານ Stoltenberg ເປັນເລຂາທິການໃຫຍຕື່ມອີກໄລຍະໜຶ່ງ
(VOVWORLD) -ວັນທີ 12 ທັນວາ, ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ແຕ່ງຕັ້ງທ່ານ Jens Stoltenberg ດຳລົງຕຳແໜ່ງເລຂາທິການໃຫຍ່ຂອງອົງການນີ້ຕື່ມອີກໄລຍະໜຶ່ງ.
NATO ແຕ່ງຕັ້ງທ່ານ Stoltenberg ເປັນເລຂາທິການໃຫຍຕື່ມອີກໄລຍະໜຶ່ງ
(ພາບ: THX/TTXVN)
|
ໃນແຈ້ງການສະບັບ 1 ທີ່ຫາກໍ່ໄດ້ຍົກອອກມາ, ສະພາອັດລັງຕິກເໜືອໄດ້ຍົກອອກບັນດາລັດຖະນະໂຍບາຍທີ່ສຳຄັນຂອງ NATO ເຊິ່ງໃຫ້ຮູ້ວ່າ, 29 ປະເທດສະມາຊິກຕ່າງກໍ່ມີຄວາມ “ເຊື່ອໝັ້ນ” ຕໍ່ການນຳພາຂອງທ່ານ Stoltenberg ແລະ ເຫັນດີຕໍ່ກຳນົດເວລາຂອງທ່ານຮອດວັນທີ 30 ກັນຍາ 2020. ດ້ວຍຂໍ້ຕົກລົງດັ່ງກ່າວ, ທ່ານ Stoltenberg ສືບຕໍ່ນຳສຳພັນທະມິດເຂົ້າຮ່ວມກອງປະຊຸມສຸດຍອດ ເຊິ່ງຈະດຳເນີນໃນເດືອນ ກໍລະກົດ 2018 ດ້ວຍສິ່ງທ້າທາຍທົ່ວໂລກຫຼາຍຢ່າງ ຄືບັນຫາສປປ.ເກົາຫຼີ ແລະ ການປ່ຽນແປງທັດສະນະຂອງອາເມລິກາ ກ່ຽວກັບ NATO ພາຍໃຕ້ການຊີ້ນຳນຳພາຂອງທ່ານປະທານາທິບໍດີອາເມລິກາ Donald Trump.