NATO ໃຫ້ຄຳໝັ້ນສັນຍາປະກອບສ່ວນໃຫ້ການຕໍ່ສູ້ຕ້ານກໍ່ການຮ້າຍຫລາຍກ່ວາອີກ

(VOVWORLD) - ຕອນບ່າຍວັນທີ 25 ພຶດສະພາ ຢູ່ Brussels ການນຳບັນດາປະເທດສະມາຊິກຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ປະຊຸມຢູ່ສຳນັກງານໃໝ່
NATO ໃຫ້ຄຳໝັ້ນສັນຍາປະກອບສ່ວນໃຫ້ການຕໍ່ສູ້ຕ້ານກໍ່ການຮ້າຍຫລາຍກ່ວາອີກ - ảnh 1 ທ່ານເລຂາທິການໃຫຍ່ NATO Jens Stoltenberg (ພາບ: AFP)

ບັນດາການນຳໄດ້ຍົກອອກບັນດາຄຳຕັດສິນສຳຄັນຫລາຍຢ່າງ ເພື່ອປະກອບສ່ວນເຂົ້າໃນແຜນການກະທຳງານຂອງ NATO ໃນການຕໍ່ສູ້ຕ້ານກໍ່ການຮ້າຍ ແລະ ແບ່ງປັນບັນດາລາຍຈ່າຍດ້ານປ້ອງກັນຊາດລະຫວ່າງບັນດາປະເທດສະມາຊິກຢ່າງຍຸຕິທຳ. ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫລັງກອງປະຊຸມ, ທ່ານເລຂາທິການໃຫຍ່ NATO Jens Stoltenberg ຖະແຫຼງວ່າ NATO “ຈະກາຍເປັນສະມາຊິກຄົບຖ້ວນຂອງທະຫານປະສົມສາກົນ” ຕ້ານກໍ່ການຮ້າຍ, ໃນຂະນະທີ່ ກ່ອນນັ້ນ 28 ປະເທດສະມາຊິກໄດ້ເຂົ້າຮ່ວມດ້ວຍບົດບາດເອກະລາດ. ພັນທະມິດຢືນຢັນວ່າ ຈະເພີ່ມທະວີການໜູນຊ່ວຍໃຫ້ທະຫານປະສົມສາກົນ ດ້ວຍເລື່ອງປຸກລະດົມບັນດາເຮືອບິນສອດແນມ (AWACS) ຂອງ NATO ຊ່ວຍເປັນຄວາມສາມາດໃນການຄຸ້ມຄອງນ່ານຟ້າ. ທ່ານ Jens Stoltenberg ປະກາດວ່າ NATO ຕັດສິນໃຈສ້າງກົມກອງສືບລາຊະການລັບຕ້ານກໍ່ການຮ້າຍສັງກັດກອງພົນສືບລາຊະການລັບ.

ຕອບກັບ

ຂ່າວ/ບົດ​ອື່ນ